ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຸດຍອດ​​ທຸ​ລະ​ກິດ ແລະ ການ​ລົງ​ທຶນ​ໃນ ອາ​ຊຽນ

(VOVWORLD) -  ວັນທີ 10 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ ປະເທດ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນໃນ ອາຊຽນ ປີ 2022. ນີ້ແມ່ນກິດຈະກຳພົ້ນເດັ່ນ ເຊິ່ງ ສະພາໃຫ້ຄຳປຶກສາທຸລະກິດ ອາຊຽນ (ASEAN BAC) ຈັດຂຶ້ນທຸກໆປີ. ກອງປະຊຸມປີນີ້ ມີຫົວຂໍ້ “ຮ່ວມແຮງຮ່ວມໃຈຜ່ານຜ່າສິ່ງທ້າທາຍ”.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຸດຍອດ​​ທຸ​ລະ​ກິດ ແລະ ການ​ລົງ​ທຶນ​ໃນ ອາ​ຊຽນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນໃນ ອາຊຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ໃນໄລຍະປັດຈຸບັນ, ລັດຖະບານ, ວິສາຫະກິດ ແລະ ບັນດາຝ່າຍທີ່ກ່ຽວຂ້ອງໃນ ອາຊຽນ ຕ້ອງຜັນຂະຫຍາຍ ແຜນການຟື້ນຟູຮອບດ້ານ ເຊິ່ງບັນດາການນຳ ອາຊຽນ ໄດ້ຮັບຮອງເອົາໃນກອບປະຊຸມສຸດຍອດຄັ້ງທີ 37 ກໍຄື ບັນດາຂໍ້ລິເລີ່ມອື່ນໆ ເຊິ່ງ ອາຊຽນ ໄດ້ຮັບຮອງເອົາໃຫ້ມີປະສິດທິຜົນ, ສຸມໃສ່ 3 ກຳນົດທິດ: ຟື້ນຟູ, ຫັນເປັນດີຈີຕອນ ແລະ ຍືນຍົງ, ຍູ້ແຮງການໝູນໃຊ້ວິທະຍາສາດເຕັກນິກ, ອຸດສາຫະກຳເພື່ອຊຸກຍູ້ການຟື້ນຟູສີຂຽວ.

        ພ້ອມດຽວກັນນັ້ນ, ບັນດາປະເທດສະມາຊິກ ອາຊຽນ ຕ້ອງຜັນຂະຫຍາຍຍຸດທະສາດສັງລວມ ອາຊຽນ ກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ສັນຍາການຄ້າເອເລັກໂຕນິກ ອາຊຽນ ໃຫ້ມີປະສິດທິຜົນ, ຍູ້ແຮງການຫັນເປັນດີຈີຕອນ ແລະ ການລົງທຶນພັດທະນາພື້ນຖານໂຄງລ່າງເຕັກນິກດີຈີຕອນ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຊື່ອມຕໍ່ໃນພາກພື້ນ ແລະ ຟື້ນຟູເສດຖະກິດ. ASEAN BAC ເສີມຂະຫຍາຍບົດບາດປະຈັນບານໃນທຸກການເຄື່ອນໄຫວຮ່ວມມື, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຖ່າຍທອດເຕັກໂນໂລຢີ…; ຍູ້ແຮງການຫັນໄປສູ່ຮູບແບບເສດຖະກິດໝູນວຽນ, ການປະຢັດຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ