ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 38 ແລະ ຄັ້ງ​ທີ 39

(VOVWORLD) -ນັບແຕ່ວັນທີ 26 – 28 ຕຸລາ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ລະຫວ່າງ ອາຊຽນ ກັບ ຄູ່ຮ່ວມມື
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 38 ແລະ ຄັ້ງ​ທີ 39 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  (ພາບ: ກະຊວງການຕ່າງປະເທດ)

ໂດຍຕອບສະໜອງຕາມຄຳເຊີນຈາກກະສັດແຫ່ງ ລາຊະອານາຈັກ ບຣູໄນ ດາລູຊາລາມ Haji Hassanal Bolkiah, ປະທານ ອາຊຽນ ປີ 2021, ນັບແຕ່ວັນທີ 26 – 28 ຕຸລາ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ລະຫວ່າງ ອາຊຽນ ກັບ ຄູ່ຮ່ວມມື (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອາເມລິກາ, ອົດສະຕາລີ ແລະ ລັດເຊຍ);  ກອງປະຊຸມຂັ້ນສູງ ອາຊຽນ + 3 ແລະ ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS). ກອງປະຊຸມຕ່າງໆ ຈະດຳເນີນຕາມຮູບການທາງໄກ.

        ກໍໃນໂອກາດນີ້ ຈະດຳເນີນກອງປະຊຸມຂັ້ນສຸງຂອງບັນດາປະເທດອະນຸພາກພື້ນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ