ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມງານຕະຫລາດນັດຈີນ -ອາຊຽນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະນຳຫນ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມງານຕະຫລາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ - ການລົງທຶນ ຈີນ -ອາຊຽນ (CABIS) ຄັ້ງທີ 20 ຢູ່ ນະຄອນຫນານຫນິງ ແຂວງ ກວາງສີ ປະເທດຈີນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມງານຕະຫລາດນັດຈີນ -ອາຊຽນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. (ພາບປະກອບ: VOV)

ວັນທີ 14 ກັນຍາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍຮັບຄຳເຊີນຂອງລັດຖະບານ ສປ ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະນຳຫນ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມງານຕະຫລາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ - ການລົງທຶນ ຈີນ -ອາຊຽນ (CABIS) ຄັ້ງທີ 20 ຢູ່ ນະຄອນຫນານຫນິງ ແຂວງ ກວາງສີ ປະເທດຈີນ. ເຫດການດັ່ງກ່າວຈະດຳເນີນແຕ່ວັນທີ 16-17 ກັນຍາ.

ນອກນັ້ນ ແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ຍັງໃຫ້ຮູ້ວ່າ: ແຕ່ວັນທີ 17 – 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະນຳຫນ້າຄະນະຜູ້ແທນຂັ້ນສູງ ຫວຽດນາມໄປເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 78 ພ້ອມກັບການເຄື່ອນໄຫວສອງຝ່າຍ ຢູ່ ອາເມລິກາ. ທ່ານນາຍົກລັດຖະມົນຕີ ກໍ່ຈະໄປຢ້ຽມຢາມ ບຣາຊີນ ຢ່າງເປັນທາງການ ຕາມຄຳເຊີນຂອງປະທານາທິບໍດີ ບຣາຊິນ ທ່ານ Lula da Silva.

ຕອບກັບ

ຂ່າວ/ບົດ​ອື່ນ