ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ເປັນ​ປະ​ທານ​ຮ່ວມການ​ສົນ​ທະ​ນາ ຫວຽດ​ນາມ - WEF 29

(VOVWORLD) -  ວັນທີ 29 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເປັນປະທານຮ່ວມການສົນທະນາຍຸດທະສາດລະດັບຊາດ ຫວຽດນາມ ແລະ WEF ດ້ວຍຮູບການທາງໄກ. 
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ເປັນ​ປະ​ທານ​ຮ່ວມການ​ສົນ​ທະ​ນາ ຫວຽດ​ນາມ - WEF 29 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: tienphong.vn)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານສາດສະດາຈານ Klaus Schwab ປະທານບໍລິຫານ ແລະ ຜູ້ສ້າງຕັ້ງ ເວທີປາໄສເສດຖະກິດໂລກ (WEF), ວັນທີ 29 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເປັນປະທານຮ່ວມການສົນທະນາຍຸດທະສາດລະດັບຊາດ ຫວຽດນາມ ແລະ WEF ດ້ວຍຮູບການທາງໄກ. ການສົນທະນາຄັ້ງນີ້ ມີຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມື ພາກລັດ - ເອກະຊົນ: ກຳລັງໜູນ ຫຼັກແຫຼ່ງຂອງການຟື້ນຟູຮອບດ້ານ ແລະ ພັດທະນາແບບຍືນຍົງ, ກວມລວມ, ປ່ຽນແປງໃໝ່ປະດິດຄິດສ້າງ”.

        ການສົນທະນາໄດ້ຮັບຄວາມຫວັງວ່າ ຈະແມ່ນໂອກາດເພື່ອໃຫ້ ຫວຽດນາມ ຮຽກຮ້ອງການລົງທຶນ, ພ້ອມທັງລະດົມແຫຼ່ງກຳລັງເພື່ອປະຕິບັດເປົ້າໝາຍພັດທະນາ; ທິດທາງຜັນຂະຫຍາຍການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕຕາມທິດຍືນຍົງ, ຂຸດຄົ້ນແຫຼ່ງກຳລັງໜູນເຕີບໂຕຈາກການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ.


ຕອບກັບ

ຂ່າວ/ບົດ​ອື່ນ