ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຕັດສິນໃຈປ່ອຍເງິນຢ່າງໜ້ອຍສຸດແມ່ນ 95% ແຜນການທີ່ໄດ້ວາງອອກ

(VOVWORLD) - ມື່ອສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ລັດຖະບານ ກຳນົດຍູ້ແຮງການປ່ອຍເງິນລົງທຶນສາທາລະນະປີ 2023 ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງສຳຄັນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຕັດສິນໃຈປ່ອຍເງິນຢ່າງໜ້ອຍສຸດແມ່ນ 95% ແຜນການທີ່ໄດ້ວາງອອກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກລະຫວ່າງຄະນະປະຈຳລັດຖະບານກັບບັນດາກະຊວງ, ຂະແໜງການ, ແຂວງ, ນະຄອນ ເພື່ອຍູ້ແຮງການປ່ອຍເງິນລົງທຶນສາທາລະນະປີ 2023.

        ໃນ 11 ເດືອນຕົ້ນປີ 2023, ອັດຕາການປ່ອຍເງິນລົງທຶນສາທາລະນະໃນທົ່ວປະເທດບັນລຸ 65,1% ແຜນການ, ສູງກ່ວາ 6,77% ເມື່ອທຽບໃສ່ປີ 2022.

        ເມື່ອສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ລັດຖະບານ ກຳນົດຍູ້ແຮງການປ່ອຍເງິນລົງທຶນສາທາລະນະປີ 2023 ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງສຳຄັນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຍັງເວລາອີກ 1 ເດືອນແມ່ນຈະສິ້ນສຸດການປ່ອຍເງິນຂອງປີ 2023, ໃນຂະນະທີ່ວຽກງານການປ່ອຍເງິນແມ່ນຫຼາຍທີ່ສຸດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ອົງການ, ທ້ອງຖິ່ນ ຍົກສູງນ້ຳໃຈຜ່ານຜ່າຄວາມຫຍຸ້ງຍາກ, ຖືຄວາມຫຍຸ້ງຍາກ, ສິ່ງທ້າທາຍແມ່ນກຳລັງໜູນເພື່ອສູ້ຊົນບືນຕົວ, ຕັດສິນໃຈປ່ອຍເງິນຢ່າງໜ້ອຍສຸດແມ່ນ 95% ແຜນການທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ