ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຕັດ​ສິນ​ໃຈ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ສາ​ທາ​ລະ​ນະ

(VOVWORLD) - ການບຸກທະລຸໃນການປ່ອຍເງິນລົງທຶນພາກສາທາລະນ ຈະສ້າງປະຖົມປັດໄຈເພື່ອປະຕິບັດສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ເປັນຕົ້ນແມ່ນເສັ້ນທາງຄວາມໄວສູງ 3000 ກີໂລແມັດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຕັດ​ສິນ​ໃຈ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ສາ​ທາ​ລະ​ນະ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຊຸກຍູ້ການລົງທຶນພາກສາທາລະນະປີ 2024. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງມີວິທີການແກ້ໄຂໂດຍໄວ ເພື່ອຍູ້ແຮງການປ່ອຍເງິນລົງທຶນໃນໄລນະຈະມາເຖິງ:

ຄວາມຕັດສິນໃຈທີໜຶ່ງແມ່ນຮັກສາກົດລະບຽບ, ລະບຽນວິໄນ, ຍູ້ ໄພຫຍໍ້ທໍ້ໃຫ້ຖອຍໄປ; ຕັດສິນໃຈປະຕິບັດວຽກງານບຸກເບີກໜ້າພຽງໃຫ້ເປັນຢ່າງດີ; ຕັດສິນໃຈແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຈຸດອູດຕັນກ່ຽວກັບລະບອບລະບຽບການ, ກົນໄກ, ນະໂຍບາຍ,ລະບຽບການບໍລິຫານ; ຕັດສິນໃຈໝູນໃຊ້ວິທີການເຕັກໂນໂລຢີໃໝ່, ທັນສະໄໝ;  ເພີ່ມທະວີການຫັນເປັນດີຈີຕອນ; ຕັດສິນໃຈປ່ອຍເງິນລົງທຶນກ່ວາ 95% ຕາມແຜນປ່ອຍເງິນລົງທຶນງົບປະມານແຫ່ງລັດ ປີ 2024 ໂດຍນາຍົກລັດຖະມົນຕີມອບໝາຍໃຫ້.

ທ່ານນາຍົກລັດຖະມົນີ ເນັ້ນໜັກວ່າ ການບຸກທະລຸໃນການປ່ອຍເງິນລົງທຶນພາກສາທາລະນ ຈະສ້າງປະຖົມປັດໄຈເພື່ອປະຕິບັດສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ເປັນຕົ້ນແມ່ນເສັ້ນທາງຄວາມໄວສູງ 3000 ກີໂລແມັດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຫົວໜ້າຂະແໜງການ, ປະທານຄະນະກຳມະການປະຊາຊົນຂັ້ນແຂວງ, ກຸ່ມປະຕິບັດງານຂອງນາຍົກລັດຖະມົນຕີ… ກວດກາ, ສົ່ງເສີມ, ແກ້ໄຂຂໍ້ຫຍຸ້ງຍາກ, ສິ່ງຕິດຂັດ, ຍູ້ແຮງການປ່ອຍເງິນລົງທຶນພາກສາທາລະນະ…

ຕອບກັບ

ຂ່າວ/ບົດ​ອື່ນ