ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ໜູນ​ຊ່ວຍ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກ​ະ​ຕິ, ຟື້ນ​ຟູ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໂດຍ​ໄວ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງ 4 ເນື້ອໃນຂອງກອງປະຊຸມລວມມີ: ແກ້ໄຂຜົນຕາມມາຈາກພາຍຸ yagi ໂດຍໄວ; ນຳການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ, ຟື້ນຟູການຜະລິດ, ດຳເນີນທຸລະກິດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ໜູນ​ຊ່ວຍ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກ​ະ​ຕິ, ຟື້ນ​ຟູ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໂດຍ​ໄວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 15 ກັນຍາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມນັດສາມັນ ລັດຖະບານກັບບັນດາທ້ອງຖິ່ນຖືກຜົນສະທ້ອນຈາກພາຍຸ yagi ກ່ຽວກັບບັນດາມາດຕະການແກ້ໄຂຜົນຕາມມາ, ໜູນຊ່ວຍປະຊາຊົນ, ວິສາຫະກິດກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິ, ຟື້ນຟູການຜະລິດ, ດຳເນີນທຸລະກິດໂດຍໄວ. ກອງປະຊຸມ ໄດ້ຖ່າຍທອດແບບທາງໄກ ກັບ 26 ແຂວງ, ນະຄອນທີ່ຖືກຜົນສະທ້ອນຈາກພາຍຸ Yagi. ກ່ອນເລີ່ມຕົ້ນ, ກອງປະຊຸມໄດ້ສະຫງວນໜຶ່ງນາທີ ກົ້ມຫົວໄວ້ອາໄລຜູ້ປະສົບເຄາະຮ້າຍໂດຍພາຍຸກໍ່ຂຶ້ນ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງ 4 ເນື້ອໃນຂອງກອງປະຊຸມລວມມີ: ແກ້ໄຂຜົນຕາມມາຈາກພາຍຸ yagi ໂດຍໄວ; ນຳການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ, ຟື້ນຟູການຜະລິດ, ດຳເນີນທຸລະກິດ; ຊຸກຍູ້ການເຕີບໂຕເສດຖະກິດ. ກອງປະຊຸມກໍ່ຕີລາຄາຄືນວຽກງານຊີ້ນຳນຳພາການຮັບມືກັບພາຍຸ Yagi, ແກ້ໄຂຜົນຕາມມາ, ນຳການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນເປົ້າໝາຍ: ບໍ່ປະໃຫ້ຜູ້ໃດຖືກອຶດຫິວ, ບໍ່ມີເຄື່ອງນຸ່ງ, ບໍ່ມີນ້ຳດື່ມ, ບໍ່ມີບ່ອນຢູ່; ແກ້ໄຂຜົນຕາມມາຂອງພາຍຸ Yagi ຢ່າງຮີບດ່ວນ, ນຳການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບທີ່ເປັນປົກກະຕິ, ຟື້ນຟູການຜະລິດ, ດຳເນີນທຸລະກິດໂດຍໄວ; ຄວບຄຸມໄພເງິນເຟີ້, ສູ້ຊົນນຳການເຕີບໂຕບັນລຸລະດັບ 7%, ຮັກສາດ້ານການເມືອງເປັນປົກກະຕິ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຍູ້ແຮງການຮ່ວມມືສາກົນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ການຮ່ວມມື ແລະ ພັດທະນາ.

ທ່ານເນັ້ນໜັກວ່າດ້ວຍຈິດໃຈທຸກສິ່ງທຸກຢ່າງເພື່ອປະຊາຊົນ, ເພື່ອການພັດທະນາຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ປາດຖະໜາບັນດາຜູ້ແທນປະກອບຄຳເຫັນ, ຍົກອອກບັນດາໜ້າທີ່, ວິທີການຈັດຕັ້ງປະຕິບັດໃນໄລຍະຈະມາເຖິງເພື່ອບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ