ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ ທ່ານຮອງ​ປະ​ທານ​ນາ​ທິ​ບໍ​ດີ ນີ​ເຊ​ເຣຍ Yemi Osinbajo

(VOVWORLD) - ທ່ານຮອງປະທານນາທິບໍດີ ນີເຊເຣຍ Yemi Osinbajo ກໍ່ຢືນຢັນວ່າ ນີເຊເຣຍ ຖືການພົວພັນມິດຕະພາບກັບ ຫວຽດນາມ ເປັນສຳຄັນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ ທ່ານຮອງ​ປະ​ທານ​ນາ​ທິ​ບໍ​ດີ ນີ​ເຊ​ເຣຍ Yemi Osinbajo  - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບ ທ່ານຮອງປະທານນາທິບໍດີ ນີເຊເຣຍ Yemi Osinbajo
(ພາບ: TTXVN)

  ຕອນບ່າຍວັນທີ 5 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບ ທ່ານຮອງປະທານນາທິບໍດີ ນີເຊເຣຍ Yemi Osinbajo ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 5-7 ທັນວາປີ 2022. ນະທີ່ນິ້,  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍ ຈົ່ງສົມທົບກັນຢ່າງແໜ້ນແຟ້ນ ເພື່ອນຳການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ. ທ່ານເນັ້ນຫນັກວ່າ ສອງປະເທດຄວນຊຸກຍູ້ການຮ່ວມມືດ້ານກະສິກຳ, ນຳກະສິກຳກາຍເປັນໜຶ່ງໃນບັນດາຂົງເຂດຮ່ວມມືຈຸດສຸມລະຫວ່າງສອງປະເທດ. ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດປ້ອງກັນຄວາມສະຫງົບ, ນ້ຳມັນອາຍແກດ, ການສຶກສາ ບຳລຸງສ້າງ ແລະ ວັດທະນະທຳ, ກິລາ….

ສ່ວນທ່ານຮອງປະທານນາທິບໍດີ ນີເຊເຣຍ Yemi Osinbajo ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ ສປຊ; ທ່ານເຊື່ອໝັ້ນວ່າ ຫວຽດນາມ ຈະຮັບຜິດຊອບບົດບາດເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023-2025 ສຳເລັດຜົນ. ທ່ານຮອງປະທານນາທິບໍດີ ນີເຊເຣຍ Yemi Osinbajo ກໍ່ຢືນຢັນວ່າ ນີເຊເຣຍ ຖືການພົວພັນມິດຕະພາບກັບ ຫວຽດນາມ ເປັນສຳຄັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ