ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ​ໃຫຍ່ ຂອງ ອາ​ເມ​ລິ​ກາ

(VOVWORLD) -ຕອນເຊົ້າວັນທີ 16 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ນິວຢອກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ກອງທຶນການລົງທຶນ Kolhberg kravis Robert (KKR), ປະທານກຸ່ມບໍລິສັດ VISA ແລະ CEO ການເງິນຂອງ ອາເມລິກາ ຈຳນວນໜຶ່ງ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ​ໃຫຍ່ ຂອງ ອາ​ເມ​ລິ​ກາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຜູ້ອຳນວຍການໃຫຍ່ກອງທຶນການລົງທຶນ Kolhberg kravis Robert (KKR), ປະທານກຸ່ມບໍລິສັດ VISA

ທີ່ການຕ້ອນຮັບ, ທ່ານ Joseph Bae, ຜູ້ອຳນວຍການໃຫຍ່ກອງທຶນການລົງທຶນ Kolhberg kravis Robert ໃຫ້ຮູ້ວ່າ: ກອງທຶນມີຄວາມປາດຖະໜາຢາກເປີດກວ້າງການລົງທຶນເຂົ້າຂົງເຂດອະສັງຫາລິມະຊັບ, ພື້ນຖານໂຄງລ່າງ, ຫັນເປັນດີຈີຕອນ, ສະບຽງອາຫານ, ເຄື່ອງໃຊ້ສອຍ, ເຕັກໂນໂລຢີ…ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ KKR ໜູນຊ່ວຍ ໃຫ້ຄຳປຶກສາດ້ານນະໂຍບາຍ, ບັນດາບັນຫາດ້ານເຕັກນິກ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ… ເພີ່ມທະວີການມີໜ້າຂອງບາງອົງການຕາງໜ້າຢູ່ ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນກ່ວາ, ດ້ວຍບັນດາລະບຽບການປະຕິບັດຢ່າງງ່າຍດາຍ, ທ່ານສະເໜີໃຫ້ KKR ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງແລກປ່ຽນກ່ຽວກັບບັນດາເນື້ອໃນຮ່ວມມືຢ່າງລະອຽດກ່ວາ.

ໃນຂະນະນັ້ນ, ການນຳ VISA ມີຄວາມຫວັງຢາກສືບຕໍ່ຮ່ວມມືກັບ ລັດຖະບານ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອໜູນຊ່ວຍເປົ້າໝາຍການເຕີບໂຕ ແລະ ປ່ຽນແປງໃໝ່ໃນຂົງເຂດການເງິນ, ພ້ອມທັງເປີດກວ້າງຄວາມສາມາດ ສຳຜັດກັບການຊຳລະທີ່ບໍ່ໃຊ້ເງິນສົດ, ແບ່ງປັນແຜນການລົງທຶນດຳເນີນທຸລະກິດໃນໄລຍະຈະມາເຖິງຢູ່ ຫວຽດນາມ, ແລກປ່ຽນກາລະໂອກາດເພື່ອໃຫ້ VISA ສືບຕໍ່ ໜູນຊ່ວຍວິວັດການຫັນເປັນດີຈີຕອນ, ໃນນັ້ນມີການໜູນຊ່ວຍບັນດາວິສາຫະກິດຂະໜາດໜ້ອຍ, ກໍ່ສ້າງນະຄອນອັດສະລິຍະ, ການເດີນທາງໄປມາແບບອັດສະລິຍະຢູ່…ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ