ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ປະ​ທານສະ​ພາ​ທີ່ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ ຫວາງ​ຫູ​ໜິງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ທີ່ໄດ້ສົ່ງໂທລະເລກແບ່ງປັນຄວາມເສົ້າສະຫຼົດໃຈກັບຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ແຕ່ງຕັ້ງຄະນະຜູ້ແທນມາວາງພວງມາລາ, ເຂົ້າຮ່ວມພິທີງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ປະ​ທານສະ​ພາ​ທີ່ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ ຫວາງ​ຫູ​ໜິງ - ảnh 1ທ່ານນາຍົກລັດຖະມນົຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ ຫວາງຫູໜິງ, ກຳມະການຜູ້ປະຈຳການກົມການເມືອງ ພັກກອມມູນິດ ຈີນ, ປະທານສະພາທີ່ປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ (ພາບ:VGP)

ຕອນບ່າຍວັນທີ 25 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມນົຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ຫວາງຫູໜິງ, ກຳມະການຜູ້ປະຈຳການກົມການເມືອງ ພັກກອມມູນິດ ຈີນ, ປະທານສະພາທີ່ປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ, ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຈີນ ມາ ຫວຽດນາມ ເຂົ້າຮ່ວມພິທີງານສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ທີ່ໄດ້ສົ່ງໂທລະເລກແບ່ງປັນຄວາມເສົ້າສະຫຼົດໃຈກັບຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ແຕ່ງຕັ້ງຄະນະຜູ້ແທນມາວາງພວງມາລາ, ເຂົ້າຮ່ວມພິທີງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ສ່ວນທ່ານ ຫວາງຫູໜິງ ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງຂອງພັກ, ລັດ ແລະ ປະຊາຊົນ ຈີນ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເພື່ອນຜູ້ຍິ່ງໃຫຍ່ຂອງປະຊາຊົນ ຈີນ.


 

ຕອບກັບ

ຂ່າວ/ບົດ​ອື່ນ