ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງກວດກາ ກຳປູເຈຍ Hout Hak

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍເສີມຂະຫຍາຍການປະຕິບັດບັນດາຂໍ້ຕົກລົງ, ກົນໄກການຮ່ວມມືທີ່ມີຢູ່ແລ້ວ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງກວດກາ ກຳປູເຈຍ Hout Hak - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງກວດກາແຫ່ງລາຊະອານາຈັກ ກຳປູເຈຍ Hout Hak
(ພາບ: TTXVN)

        ຕອນບ່າຍວັນທີ 10 ມິຖຸນາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງກວດກາແຫ່ງລາຊະອານາຈັກ ກຳປູເຈຍ Hout Hak ແລະ ຄະນະຜູ້ແທນກະຊວງກວດກາ ລາຊະອານາຈັກ ກຳປູເຈຍ ທີ່ພວມຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍເສີມຂະຫຍາຍການປະຕິບັດບັນດາຂໍ້ຕົກລົງ, ກົນໄກການຮ່ວມມືທີ່ມີຢູ່ແລ້ວ; ສືບຕໍ່ຊຸກຍູ້ການເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ພ້ອມທັງມຸ່ງໄປເຖິງເລື່ອງບັນລຸການຄ້າ 2 ຝ່າຍ 20 ຕື້ USD ໂດຍໄວ. ພ້ອມກັບ ສປປ.ລາວ ປັບປຸງ, ເພີ່ມທະວີ ແລະ ເສີມຂະຫຍາຍນ້ຳໃຈສາມັກຄີ, ການຮ່ວມມືລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຢ່າງບໍ່ຢຸດຢັ້ງ.

        ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ຝ່າຍ ກຳປູເຈຍ ຈະສືບຕໍ່ເອົາໃຈໃສ່, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ, ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ ກຳປູເຈຍ; ຢືດໝັ້ນຫຼັກການບໍ່ໃຫ້ກຳລັງທີ່ເປັນປໍລະປັກນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ກໍ່ຄວາມເສຍຫາຍເຖິງຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງປະເທດອື່ນ; ມານະພະຍາຍາມແກ້ໄຂການຂີດເສັ້ນປັກຫລັກໝາຍຊາຍແດນທາງບົກປະມານ 16% ທີ່ຍັງເຫຼືອ, ກໍ່ສ້າງເສັ້ນສາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງລະຫວ່າງ 2 ປະເທດ.

        ສ່ວນທ່ານລັດຖະມົນຕີກະຊວງກວດກາ Hout Hak ຢືນຢັນວ່າ, ຈະສືບຕໍ່ມານະພະຍາຍາມ, ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ນ້ຳໃຈຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ຕາມຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ