ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານພັກກອມມູນິດ ບຣາຊິນ, ເລຂາທິການສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ມີແຜນນະໂຍບາຍຊຸກຍູ້ຄວາມສາມັກຄີສາກົນ, ຍົກສູງລັດທິຫຼາຍຝ່າຍ, ໃນນັ້ນມີການຍູ້ແຮງການຮ່ວມມື ກັບພັກກອມມູນິດ ບຣາຊິນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານພັກກອມມູນິດ ບຣາຊິນ, ເລຂາທິການສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ທ່ານນາງ Luciana Santos, ປະທານພັກ ກອມມູນິດ ບຣາຊິນ (ພາບ:VOV)

ຕອນບ່າຍວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Brasilia, ປະເທດ ບຣາຊິນ, ໃນການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Luciana Santos, ປະທານພັກ ກອມມູນິດ ບຣາຊິນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ມີແຜນນະໂຍບາຍຊຸກຍູ້ຄວາມສາມັກຄີສາກົນ, ຍົກສູງລັດທິຫຼາຍຝ່າຍ, ໃນນັ້ນມີການຍູ້ແຮງການຮ່ວມມື ກັບພັກກອມມູນິດ ບຣາຊິນ. ທ່ານນາຍົກລັດຖະມົນຕີ ຫວັງວ່າ: ທ່ານນາງ Luciana Santos, ດ້ວຍຖານະເປັນປະທານພັກກອມມູນິດ ບຣາຊິນ, ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນ, ຊຸກຍູ້ການຮ່ວມມືກັບ ຫວຽດນາມ ກ່ວາອີກ.

        ສ່ວນທ່ານນາງ Luciana Santos, ປະທານພັກ ກອມມູນິດ ບຣາຊິນ ສະແດງຄວາມເຄົາລົບຕໍ່ປະທານ ໂຮ່ຈີມິນ, ຢັ້ງຢືນພາລະກິດແຫ່ງການຕໍ່ສູ້ປະຕິວັດຂອງ ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ໄດ້ເປັນແຫຼ່ງບັນດານໃຈຢ່າງແຮງໃຫ້ແກ່ພັກກອມມູນິດ ບຣາຊິນ, ບັນດາກຳລັງກ້າວໜ້າ, ຮັກຫອມສັນຕິພາບຂອງ ບຣາຊິນ ແລະ ພາກພື້ນ ອາເມລິກາ ລາຕິນ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Pedro de Olivera, ເລຂາທິການ ແລະ ບັນດາສະມາຊິກຂອງສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ