ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານສະພາແຫ່ງຊາດ ກຸຍບາ ມາ ຫວຽດນາມ ເຂົ້າຮ່ວມພິທີງານສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຂອບໃຈພັກ, ລັດ, ລັດຖະບານ ແລະ ປະຊາຊົນ ກຸຍບາ ກ່ຽວກັບການກະທຳທີ່ແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ເປັນກຳລັງໃຈຢ່າງຈິງໃຈ, ເຕັມໄປດ້ວຍນ້ຳໃຈມິດຕະພາບຖານອ້າຍນ້ອງລະຫວ່າງ 2 ປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານສະພາແຫ່ງຊາດ ກຸຍບາ ມາ ຫວຽດນາມ ເຂົ້າຮ່ວມພິທີງານສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernandez
(ພາບ: VGP)

        ວັນທີ 24 ກໍລະກົດ, ຢູ່ຫ້ອງວ່າການລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດ ກຸຍບາ ໂດຍທ່ານປະທານສະພາແຫ່ງຊາດ Esteban Lazo Hernandez ນຳໜ້າ, ມາແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ເຂົ້າຮ່ວມພິທີງານສົບລະດັບຊາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຂອບໃຈພັກ, ລັດ, ລັດຖະບານ ແລະ ປະຊາຊົນ ກຸຍບາ ກ່ຽວກັບການກະທຳທີ່ແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ເປັນກຳລັງໃຈຢ່າງຈິງໃຈ, ເຕັມໄປດ້ວຍນ້ຳໃຈມິດຕະພາບຖານອ້າຍນ້ອງລະຫວ່າງ 2 ປະເທດ. ທ່ານຢືນຢັນຄືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການປັບປຸງ ແລະ ພັດທະນາສາຍພົວພັນຖານອາຍນ້ອງພິເສດ, ຄວາມສາມັກຄີສັດຊື່ບໍລິສຸດ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກຸຍບາ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ລັດຖະບານ ຫວຽດນາມ ຍາມໃດກໍ່ຈະຢືນຢູ່ຄຽງຂ້າງ, ສາມັກຄີ ແລະ ສະໜັບສະໜູນລັດຖະບານ ແລະ ປະຊາຊົນ ກຸຍບາ, ສືບຕໍ່ຊຸກຍູ້ ແລະ ແບ່ງປັນບົດຮຽນ ແລະ ການຮ່ວມມືຮອບດ້ານ, ມີປະສິດທິຜົນກັບ ກຸຍບາ.

ຕອບກັບ

ຂ່າວ/ບົດ​ອື່ນ