ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Intel

(VOVWORLD) -ຕອນບ່າຍວັນທີ  27 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Patrick Gelsinger ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Intel. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Intel - ảnh 1ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ກຸ່ມບໍລິສັດ Intel ສືບຕໍ່ລົງທຶນເຂົ້າຫວຽດນາມ, ບໍ່ພຽງແຕ່ເປີດກວ້າງການຜະລິດເທົ່ານັ້ນຫາກຍັງລົງທຶນລົງເລິກ, ເໝາະສົມກັບແຜນນະໂຍບາຍຂອງລັດຖະບານ ຫວຽດນາມ ໃນນັ້ນມີການດຶງດູດການລົງທຶນດ້ານເຕັກໂນໂລຢີສູງ, ເຕັກໂນໂລຢີສະອາດ, ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງດ້ານເສດຖະກິດດີຈີຕອນ ດ້ວຍແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Intel ໜູນຊ່ວຍຫວຽດນາມ ໃນການກໍ່ສ້າງລະບົບນິເວດປ່ຽນແປງໃໝ່ປະດິດຄິດສ້າງ, Startup, ເພີ່ມທະວີສະມັດຕະພາບການອອກແຮງງານ… ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດ, ໃນນັ້ນມີວິສາຫະກິດ FDI ຄື Intel ເພື່ອມີການລົງທຶນຢ່າງມີປະສິດທິຜົນຢູ່ ຫວຽດນາມ.

ສ່ວນທ່ານ Patrick Gelsinger  ໄດ້ເຫັນດີເປັນເອກະພາບກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ, ທ່ານກໍ່ໃຫ້ຮູ້ວ່າ ໃນວິວັດການລົງທຶນຢູ່ ຫວຽດນາມ ກຸ່ມບໍລິສັດເຫັນໄດ້ວ່າ ຫວຽດນາມ ມີກຳລັງແຮງງານທີ່ດຸໝັ່ນຂະຫຍັນພຽນ, ມີການປ່ຽນແປງໃໝ່ປະດິດຄິດສ້າງ, ມີການໜູນຊ່ວຍ, ສ້າງເງື່ອນໄຂຢ່າງແຮງຈາກລັດຖະບານ. ດັ່ງນັ້ນ, Intel  ຕັດສິນໃຈຈະສືບຕໍ່ມາລົງທຶນຢູ່ຫວຽດນາມ ດ້ວຍຂອບຂະໜາດທົບຫຼາຍເທົ່າໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ