ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບສະຫະພັນບັນດາສະມາຄົມມອບ - ຮັບຂົນສົ່ງສາກົນ

(VOVWORLD) - ຫວຽດນາມ ແມ່ນພື້ນຖານເສດຖະກິດເປີດ, ສະນັ້ນ logistics ສວມບົດບາດສຳຄັນໃນການພັດທະນາເສດຖະກິດຂອງ ຫວຽດນາມ ຕາມທ່າອ່ຽງຂອງໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບສະຫະພັນບັນດາສະມາຄົມມອບ - ຮັບຂົນສົ່ງສາກົນ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Turgut Erkeskin, ປະທານສະຫະພັນສະມາຄົມມອບ - ຮັບຂົນສົ່ງສາກົນ)

ຕອນບ່າຍວັນທີ 09 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Turgut Erkeskin, ປະທານສະຫະພັນສະມາຄົມມອບ - ຮັບຂົນສົ່ງສາກົນ (FIATA) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ຫວຽດນາມ ແມ່ນພື້ນຖານເສດຖະກິດເປີດ, ສະນັ້ນ logistics ສວມບົດບາດສຳຄັນໃນການພັດທະນາເສດຖະກິດຂອງ ຫວຽດນາມ ຕາມທ່າອ່ຽງຂອງໂລກ. ທ່ານໃຫ້ຮູ້ວ່າ, ລະດັບເຕີບໂຕແຕ່ລະປີບັນລຸແຕ່ 14 – 16% ແລະ ປະຈຸບັນ, ຫວຽດນາມ ພວມສ້າງຍຸດທະສາດພັດທະນາການບໍລິການ logistics ຫວຽດນາມ ໄລຍະ 2025 – 2030, ວິໄສທັດຮອດປີ 2045. ທ່ານນາຍົກລັດຖະມົນຕີສະເໜີໃຫ້ FIATA ແບ່ງປັນຂໍ້ມູນ, ໃຫ້ຄຳປຶກສາ, ໜູນຊ່ວຍໃນການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເອົາໃຈໃສ່ເຖິງບັນດາມາດຕະການແກ້ໄຂພັດທະນາ logistics ກະສິກຳ, ອຸດສາຫະກຳ, ການພັດທະນາບັນດາກອງກ່ຳປັນທະເລ, ບັນດາແລວເສດຖະກິດ, ການຄ້າ - ຂົນສົ່ງ ແລະ ໜູນຊ່ວຍດ້ານເຕັກນິກຫຼາຍກວ່າອີກ ເພື່ອໃຫ້ ຫວຽດນາມ ສ້າງຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາການບໍລິການ logistics ໃນປີ 2024 ໃຫ້ສົມບູນແບບ.

ສ່ວນທ່ານ Turgut Erkeskin ຖືວ່າ, ຫວຽດນາມ ມີຄວາມສາມາດບົມຊ້ອນຢ່າງໃຫຍ່ຫຼວງເພື່ອກາຍເປັນສູນ logistics ຂອງພາກພື້ນ ແລະ ໂລກ, ພ້ອມທັງຢືນຢັນວ່າ, FIATA ຈະໜູນຊ່ວຍສະຫະສະມາຄົມວິສາຫະກິດການບໍລິການ logistics ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມໃຫຍ່ໂລກ FIATA ໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ