ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ຊຸງປົວ ໃຫ້ແກ່ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດໃນອາຍຸການຜ່ານມາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊຸງປົວ
(ພາບ: VGP)

        ວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊຸງປົວ, ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ຊຸງປົວ ໃຫ້ແກ່ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດໃນອາຍຸການຜ່ານມາ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານເອກອັກຄະລັດຖະທູດ ຊຸງປົວ ກໍ່ໄດ້ແລກປ່ຽນບັນດາມາດຕະການເພື່ອສືບຕໍ່ຜັນຂະຫຍາຍ, ຫັນຖະແຫຼງການຮ່ວມຂັ້ນສູງ ຫວຽດນາມ - ຈີນ 2 ສະບັບໃຫ້ເປັນລະອຽດ ແລະ ມີປະສິດທິຜົນ, ພ້ອມກັນຊຸກຍູ້ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ. ເພີ່ມທະວີການຮ່ວມມືດ້ານການທູດ - ການປ້ອງກັນຊາດ - ຕຳຫຼວດ ແລະ ລະຫວ່າງບັນດາທ້ອງຖິ່ນ. ພ້ອມກັນນັ້ນ, ກໍ່ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ຄື: ເສດຖະກິດ, ການຄ້າ, ຄົມມະນາຄົມ, ທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ… ກ່ຽວກັບບັນຫາຢູ່ທະເລ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຈົ່ງເຄົາລົບປະຕິບັດຕາມຄວາມຮັບຮູ້ລວມທີ່ສຳຄັນຂອງການນຳຂັ້ນສູງ, ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາຢູ່ທະເລ ຫວຽດນາມ - ຈີນ, ກົດໝາຍສາກົນ; ສືບຕໍ່ເສີມຂະຫຍາຍບົດບາດບັນດາກົນໄກເຈລະຈາກ່ຽວກັບທະເລ, ຄວບຄຸມສະພາບການຢູ່ທະເລໃຫ້ເປັນຢ່າງດີ ສອດຄ່ອງກັບທີ່ຕັ້ງໃໝ່ຂອງການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ