ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງເລື່ອງ ສປປ.ເກົາຫຼີ ຈັດສົ່ງນັກການທູດມີປະສົບການຫຼາຍຢ່າງ ມາດຳລົງຕຳແໜ່ງເອກອັກຄະລັດຖະທູດປະຈຳ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ຫວຽດນາມ Ri Sung Guk
(ພາບ: VGP)

ຕອນບ່າຍວັນທີ 21 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ຫວຽດນາມ Ri Sung Guk ເຂົ້າຢ້ຽມຂ່ຳນັບ, ເນື່ອງໃນໂອກາດເລີ່ມຕົ້ນການປະຕິບັດງານຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງເລື່ອງ ສປປ.ເກົາຫຼີ ຈັດສົ່ງນັກການທູດມີປະສົບການຫຼາຍຢ່າງ ມາດຳລົງຕຳແໜ່ງເອກອັກຄະລັດຖະທູດປະຈຳ ຫວຽດນາມ, ຜ່ານນັ້ນ, ສະແດງໃຫ້ເຫັນການຖືການພົວພັນຮ່ວມມືລະຫວ່າງ 2 ປະເທດເປັນສຳຄັນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ, ໃນອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດ Ri Sung Guk ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ; ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025; ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ; ຕັ້ງໜ້າເປີດກວ້າງການພົບປະແລກປ່ຽນ ແລະ ການຮ່ວມມືໃນຂົງເຂດວັດທະນະທຳ, ສິລະປະ, ກິລາ ແລະ ພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ Ri Sung Guk ຢືນຢັນວ່າ, ເລື່ອງສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງກວ່າ ແມ່ນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ສປປ.ເກົາຫຼີ; ທ່ານຢືນຢັນວ່າ ໃນອາຍຸການປະຕິບັດງານຂອງຕົນຢູ່ ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອປະກອບສ່ວນຊຸກຍູ້ການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າ 2 ປະເທດ ສປປ.ເກົາຫຼີ ແລະ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ