ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ ຢູ່​ອະ​ນຸ​ສາ​ວາ​ລີ ປະ​ທານ​ໂຮ່​ຈີ​ມິນ ແລະ ຢ້ຽມ​ຊົມ​ສວນ​ພຶກສາຊາດ ສິງ​ກະ​ໂປ

(VOVWORLD) -ໃນການຢ້ຽມຢາມສິງກະໂປຢ່າງເປັນທາງການ, ຕ້ອນເຊົ້າວັນທີ 9 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ໄດ້ໄປຖະຫວາຍດອກໄມ້ອາໄລຫາ ຢູ່ອະນຸສາວາລີ ປະທານໂຮ່ຈີມິນ ຢູ່ຫໍພິພິທະພັນບັນດາພື້ນຖານສີວິໄລ ອາຊີ ແລະ ຢ້ຽມຊົມສວນພຶກສາຊາດ ສິງກະໂປ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ ຢູ່​ອະ​ນຸ​ສາ​ວາ​ລີ ປະ​ທານ​ໂຮ່​ຈີ​ມິນ ແລະ ຢ້ຽມ​ຊົມ​ສວນ​ພຶກສາຊາດ ສິງ​ກະ​ໂປ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖະຫວາຍດອກໄມ້ອາໄລຫາ ຢູ່ອະນຸສາວາລີ ປະທານໂຮ່ຈີມິ
(ພາບ: VOV)

ຫໍພິພິທະພັນບັນດາພື້ນຖານສີວິໄລ ອາຊີ, ຕັ້ງຢູ່ແຄມແມ່ນ້ຳສິງກະໂປ, ແມ່ນຫໍພິພິ ໜຶ່ງດຽວໃນພາກພື້ນ ໃຊ້ສະເພາະເພື່ອຄົ້ນຫາມໍລະດົກສິລະປະຂອງ ອາຊີ. ໃນຫໍພິພິທະພັນ ມີຮູບປັ້ນປະທານໂຮ່ຈີມິນ ແລະ ການນຳ, ຜູ້ທີ່ມີຊື່ສຽງອາຊີຫຼາຍຄົນ. ທ່ານນາຍົກລັດຖະມົນຕີ, ພັນລະຍາ ແລະ ຄະນະປະຕິບັດງານໄດ້ຖະຫວາຍດອກໄມ້, ອາໄລຫາສະແດງຄວາມຮູ້ບຸນຄຸນ, ເຄົາລົບຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ໄດ້ໄປຢ້ຽມຊົມສວນພຶກສາຊາດ ສິງກະໂປ, ເຊິ່ງແມ່ນສະຖານທີ່ວາງສະແດງດອກກ້ວຍໄມ້ເຂດຮ້ອນໃຫຍ່ທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ