ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ ທ່ານ​ພົນ​ເອກ ຫວໍ​ ຫງວຽນ​ ຢາບ ແລະ ບັນ​ດາ​ນັກ​ວິ​ຊະ​ຊົນ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

(VOVWORLD) - ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບາຢົກ ຢູ່ຕາແສງ ຫຼີແຈກ, ເມືອງ ໂບແຈກ, ແຂວງ ກ໋ວາງບິ່ງ ປັດຈຸບັນ ແມ່ນມີສຸສານຂອງນັກຮົບເສຍສະຫຼະຊີວິດເພື່ອຊາດກ່ວາ 3000 ຄົນ ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດຊາດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ ທ່ານ​ພົນ​ເອກ ຫວໍ​ ຫງວຽນ​ ຢາບ ແລະ ບັນ​ດາ​ນັກ​ວິ​ຊະ​ຊົນ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖະຫວາຍທູບທຽນ ອາໄລຫາ ທ່ານພົນເອກ ຫວໍ ຫງວຽນ ຢາບ ແລະ ບັນດານັກວິຊະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ:  VGP)

ເນື່ອງໃນໂອກາດສະເຫຼີມສະຫຼອງ 420 ປີແຫ່ງວັນສ້າງຕັ້ງແຂວງ ກ໋ວາງບິ່ງ, 78 ປີແຫ່ງວັນກ໋ວາງບິ່ງລູກຮື້ຂຶ້ນ ແລະ 35 ປີແຫ່ງວັນຕັ້ງແຂວງ ກ໋ວາງບິ່ງ ຄືນໃໝ່, ຕອນເຊົ້າວັນທີ 2 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຖະຫວາຍທູດທຽນ, ດອກໄມ້ ອາໄລຫາ, ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບາຢົກ ແລະ ຖະຫວາຍທູບທຽນ, ດອກໄມ້ ຢູ່ສຸສານຂອງ ທ່ານພົນເອກ ຫວໍຫງວຽນຢາບ.

ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບາຢົກ ຢູ່ຕາແສງ ຫຼີແຈກ, ເມືອງ ໂບແຈກ, ແຂວງ ກ໋ວາງບິ່ງ ປັດຈຸບັນ ແມ່ນມີສຸສານຂອງນັກຮົບເສຍສະຫຼະຊີວິດເພື່ອຊາດກ່ວາ 3000 ຄົນ ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດຊາດ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນ ໄດ້ສະຫງວນໜຶ່ງນາທີ ກົ້ມຫົວໄວ້ອາໄລ, ອາໄລຫາ, ສະແດງຄວາມຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອພາລະກິດ ແຫ່ງການຕໍ່ສູ້ຍາດເອົາເອກະລາດຊົນຊາດ, ທ້ອນໂຮມປະເທດຊາດເປັນເອກະລາດ ແລະ ປະຕິບັດພັນທະສາກົນອັນສູງສົ່ງ.

ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຖະຫວາຍທູດທຽນ, ດອກໄມ້ ຢູ່ສຸສານທ່ານພົນເອກ ຫວໍຫງວຽນຢາບ (ເຂດ ຫວູງຈົ່ວ - ດ໋າວອຽນ, ຕາແສງ ກ໋ວາງດົງ, ເມືອງ ກ໋ວາງແຈກ, ແຂວງ ກ໋ວາງບິ່ງ).

ຕອບກັບ

ຂ່າວ/ບົດ​ອື່ນ