ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ນຳ​ໃຊ້​ຂໍ້​ມູນ​ສະ​ຖິ​ຕິ​ເພື່ອ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ຕອນເຊົ້າວັນທີ 17 ມີນາ, ທ່ານນາຍົກລັດະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຖິຕິທົ່ວປະເທດປີ 2022 ດ້ວຍຫົວຂໍ້ “ເພີ່ມທະວີລະບຽບວິໄນ, ຍົກສູງປະສິດທິຜົນ, ປະສິດທິພາບ”. ກອງປະຊຸມໄດ້ເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ນຳ​ໃຊ້​ຂໍ້​ມູນ​ສະ​ຖິ​ຕິ​ເພື່ອ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ (ພາບ:VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານສະຖິຕິມີຄວາມໝາຍສຳຄັນທີ່ສຸດ, ພິເສດແມ່ນໃນການຕີລາຄາ, ວາງແຜນກຳນົດນະໂຍບາຍ. ປີ 2021, ຂະແໜງສະຖິຕິໄດ້ປະຕິບັດໜ້າທີ່ຮັບປະກັນຂໍ້ມູນສະຖິຕິຮັບເພື່ອໃຊ້ວຽກງານຊີ້ນຳ, ບໍລິຫານຂອງລັດຖະບານປີ 2021ໃຫ້ເປັນຢ່າງດີ, ສະພາແຫ່ງຊາດຮັບຮອງເອົາກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາ ແລະ ລາຍການຊ້ອມທ້າຍຄາດໝາຍສະຖິຕິແຫ່ງຊາດຂອງກົດໝາຍວ່າດ້ວຍສະຖິຕິ.

ປີ 2022, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຕ້ອງປະຕິບັດ ຫຼາຍເປົ້າໝາຍ, ເປັນຕົ້ນແມ່ນພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ ທັງກຽມພ້ອມການປ້ອງກັນ, ຕ້ານໂລກລະບາດ, ຊີ້ນຳຊຸກຍູ້ການເຄື່ອນໄຫວເສດຖະກິດສັງຄົມຢ່າງຮອບດ້ານເງື່ອນໄຂປົກກະຕິໃໝ່. ກ່ຽວກັບໜ້າທີ່, ວິທີການແກ້ໄຂຕົ້ນຕໍທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ:

ຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບວຽກງານສະຖິຕິ, ພິເສດແມ່ນການນຳອຳນາດການປົກຄອງທຸກຂັ້ນ ເມື່ອກຳນົດສະຖິຕິຕ້ອງສັດຊື່ບໍລິສຸດ, ຖືກຕ້ອງ, ທັນການ, ເປັນປະຈຳ, ຕໍ່ເນື່ອງ, ຕ້ອງມີຄວາມໂປງໄສ, ຢ່າງຄົບຖ້ວນ, ຮອບດ້ານ, ການໄຈ້ແຍກ, ຕີລາຄາ, ການຄາດຄະເນຕ້ອງຕິດແທດກັບສະພາບການ, ໄປຄຽງຄູ່ກັນນັ້ນ ຕ້ອງນຳໃຊ້ບັນດາຕົວເລກສະຖິຕິຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ