ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປະ​ຕິ​ບັດ “3 ບໍ່” ໃນການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທະ​ຫານ, ປ້ອງ​ກັນ​ຊາດ

(VOVWORLD) - ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມ ການເມືອງການທະຫານ ເພື່ອຕີລາຄາວຽກງານຊີ້ນຳນຳພາໜ້າທີ່ການທະຫານ, ການປ້ອງກັນຊາດ ໃນ 6 ເດືອນຕົ້ນປີ ແລະຜັນຂະຫຍາຍໜ້າທີ່ໃນ 6 ເດືອນທ້າຍປີ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປະ​ຕິ​ບັດ “3 ບໍ່” ໃນການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທະ​ຫານ, ປ້ອງ​ກັນ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນໄລຍະຜ່ານມາສະພາບການໂລກ, ພາກພື້ນມີການແຜນແປຢ່າງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ດັ່ງນັ້ນ, ໜ້າທີ່ດ້ານການທະຫານ, ປ້ອງກັນຊາດນັບມື້ນັບໜັກໜ່ວງ, ຫຍຸ້ງຍາກ, ສິ່ງທ້າທາຍນັບມື້ນັບຫຼາຍຂຶ້ນ. ໃນສະພາບການນັ້ນ, ກອງທັບໄດ້ປະຕິບັດສຳເລັດໜ້າທີ່ການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ; ປັບປຸງການສ້າງພື້ນຖານການປ້ອງກັນຊາດທົ່ວປວງຊົນ, ທ່າຮົບປ້ອງກັນຊາດທົ່ວປວງຊົນ ສົມທົບກັບທ່າຮົບປ້ອງກັນຄວາມສະຫງົບປະຊາຊົນ; ຍົກສູງຄຸນນະພາບສັງລວມ, ກຳລັງແຮງ, ລະດັບຄວາມຮູ້, ຄວາມສາມາດກຽມພ້ອມການສູ້ຮົບຂອງທົ່ວກອງທັບເທື່ອລະກ້າວ… ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ອຸດສາຫະກຳປ້ອງກັນຊາດມີບາດກ້າວບຸກທະລຸໃໝ່, ປະກອບສ່ວນສຳຄັນເພື່ອສ້າງກອງທັບ ເປັນກຳລັງຫຼວງ, ກະທັດລັດ, ທັນສະໄໝ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ທົ່ວກອງທັບປະຕິບັດ “3 ບໍ່”ລວມມີ: ບໍ່ປະໝາດ, ລະເລີຍ, ຂາດສະຕິລະວັງຕົວ; ບໍ່ໃຫ້ຕົກຢູ່ໃນທ່າຮັບກ່ຽວກັບຍຸດທະສາດ, ເປັນຕົ້ນແມ່ນຢູ່ບັນດາສະຖານທີ່ຍຸດທະສາດ, ຄູ່ຮ່ວມມືສຳຄັນ, ເປົ້າໝາຍທີ່ອັນຕະລາຍ, ກຳລັງເປັນປໍລະປັກ; ບໍ່ປະໃຫ້ຫຍຸ້ງເຫຍີງຊັກຊ້າ, ຂາດຄວາມທັນການ, ຂາດປະສົບການໃນການແກ້ໄຂບັນດາບັນຫາທີ່ຫາກໍ່ເກີດຂຶ້ນ ແບບບັງເອີນ.

ຕອບກັບ

ຂ່າວ/ບົດ​ອື່ນ