ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປະ​ຕິ​ຮູບ​​ກາ​ນ​ບໍ​ລິ​ຫານ​ແມ່ນ​ໜຶ່ງ ໃນ​ສາມ​ໜ້າ​ທີ່​ບຸກ​ທະ​ລຸ​ຍຸດ​ທະ​ສາດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າການປະຕິຮູບ ການບໍລິຫານແມ່ນໜຶ່ງໃນສາມໜ້າທີ່ບຸກທະລຸຍຸດທະສາດ, ສ້າງພື້ນຖານການບໍລິຫານຕາມທິດປະຊາທິປະໄຕ, ເປັນມືອາຊີບ, ທັນສະໄໝ, ກະທັດຮັດ, ມີປະສິດທິຜົນ, ໂປ່ງໃສ, ຮັບໃຊ້ປະຊາຊົນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປະ​ຕິ​ຮູບ​​ກາ​ນ​ບໍ​ລິ​ຫານ​ແມ່ນ​ໜຶ່ງ ໃນ​ສາມ​ໜ້າ​ທີ່​ບຸກ​ທະ​ລຸ​ຍຸດ​ທະ​ສາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 15 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳການປະຕິຮູບການບໍລິຫານ ຂອງລັດຖະບານ (ຄະນະຊີ້ນຳ), ເປັນປະທານກອງປະຊຸມຄັ້ງທີ 8 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບໂດຍກົງສົມທົບກັບເຊິ່ງໜ້າ, ເຊື່ອມຕໍ່ແບບທາງໄກກັບສຳນັກງານລັດຖະບານກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າການປະຕິຮູບ ການບໍລິຫານແມ່ນໜຶ່ງໃນສາມໜ້າທີ່ບຸກທະລຸຍຸດທະສາດ, ສ້າງພື້ນຖານການບໍລິຫານຕາມທິດປະຊາທິປະໄຕ, ເປັນມືອາຊີບ, ທັນສະໄໝ, ກະທັດຮັດ, ມີປະສິດທິຜົນ, ໂປ່ງໃສ, ຮັບໃຊ້ປະຊາຊົນ. ທັດສະນະແມ່ນຍາມໃດກໍ່ຕ້ອງຖືປະຊາຊົນ, ວິສາຫະກິດເປັນເຈົ້າກຳ, ເປັນໃຈກາງ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ໃນໄລຍະຜ່ານມາ, ວຽກງານປະຕິຮູບລະບຽບການບໍລິຫານບັນລຸໄດ້ຫຼາຍໝາກຜົນທີ່ເປັນໜ້າຊື່ນຊົມ, ປະກອບສ່ວນປະຕິຮູບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ, ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ