ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ: ຜົນ​ສຳ​ເລັດ​ຂອງ​​ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ກໍ​ແມ່ນ​ຜົນ​ສຳ​ເລັດ​ຂອງ​ປະ​ເທດ​ຊາດ

(VOVWORLD) - ຕອນບ່າຍວັນທີ 30 ມິຖຸນາ, ຢູ່ນະຄອນຫຼວງ ເຊີອຸນ, ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແຕ່ວັນທີ 30 ມິຖຸນາ -  3 ກໍລະກົດ, ທ່ານນາຍົກລັດຖະມົນຕ່ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ໄດ້ພົບປະກັບພະນັກງານ ແລະ ພາລະກອນສະຖານທູດ ແລະ ປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ: ຜົນ​ສຳ​ເລັດ​ຂອງ​​ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ກໍ​ແມ່ນ​ຜົນ​ສຳ​ເລັດ​ຂອງ​ປະ​ເທດ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖ່າຍຮູບເປັນທີ່ລະນຶກກັບພາລະກອນ ແລະ ພະນັກງານສະຖານທູດ (ພາບ: VOV)

  ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫວູໂຮ່ ໃຫ້ຮູ້ວ່າ ປັດຈຸບັນ ມີຊາວເຊື້ອຊາດ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ 280.000 ຄົນ. ປະຊາຄົມ ຊາວ ຫວຽດນາມ ມີຄວາມສົນໃຈເປັນພິເສດ ແລະ ຍາມໃດກໍປາດຖະໜາຢາກປະກອບສ່ວນໃຫ້ແກ່ການພັດທະນາປະເທດຊາດ. ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ ມີຄວາມສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຊື່ອມຕົວເຂົ້າກັບຊີວິດສັງຄົມຂອງປະເທດປະຈຳຖິ່ນ, ຕັ້ງໜ້າປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ພາບພົດ, ວັດທະນະທຳ ຫວຽດນາມ ປະຈຳ ຢູ່ ສ.ເກົາຫຼີ.

        ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍກຳນົດ ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກປະຊາຄົມບັນດາເຜົ່າຂອງ ຫວຽດນາມ ໄດ້. ຕາມທ່ານນາຍົກລັດຖະມົນຕີແລ້ວ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ທີ່ປະສົບຜົນສຳເລັດຢູ່ຕ່າງປະເທດ, ປະກອບສ່ວນໃຫ້ແກ່ປະເທດຊາດ ແລະ ການພົວພັນສອງຝ່າຍ, ນັ້ນແມ່ນຜົນສຳເລັດຂອງປະເທດຊາດ, ຂອງພັກ ແລະ ລັດ.

ຫວູຄວຽນ


ຕອບກັບ

ຂ່າວ/ບົດ​ອື່ນ