ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ພັດ​ທະ​ນາ​ຕະຫຼາດ​ທຶນ​ຮອນ​​ປອດ​ໄພ, ໂປ່ງ​ໃສ, ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ຕອນບ່າຍວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ “ພັດທະນາການຕະຫຼາດທຶນຮອນປອດໄພ, ໂປ່ງໃສ, ມີປະສິດທິຜົນແນໃສ່ຮັກສາເສດຖະກິດມະຫາພາໃຫ້ເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ”.
 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ພັດ​ທະ​ນາ​ຕະຫຼາດ​ທຶນ​ຮອນ​​ປອດ​ໄພ, ໂປ່ງ​ໃສ, ມີ​ປະ​ສິດ​ທິ​ຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ພາຍຫຼັງ ການປະຕິບັດແຜນນະໂຍບາຍປ່ຽນແປງໃໝ່, ເປີດປະຕູ ແລະ ເຊື່ອມໂຍງມາກ່ວາ 35 ປີ ຫວຽດນາມ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ ມີຄວາມໝາຍປະຫວັດສາດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາກວ່າ ອົງການຄຸ້ມຄອງ, ສະມາຊິກຕະຫຼາດ ແລະ ປະຊາຄົມວິສາຫະກິດ, ນັກລົງທຶນ ຜ່ານກອງປະຊຸມນີ້, ດ້ວຍຈິດໃຈວາງອອກແມ່ນ: ຕະຫຼາດປອດໄສ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງ ປະຊາຄົມນັກລົງທຶນ, ວິສາຫະກິດ, ນຳຕະຫຼາດເຂົ້າສູ່ວົງໂຄຈອນພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ.

ທ່ານ ຟ້າມມິງຈິງ ຖືວ່າ, ຫວຽດນາມ ມີພື້ນຖານໝັ້ນແກ່ນ, ມີຄວາມເຊື່ອໝັ້ນຕໍ່ການພັດທະນາຂອງຕະຫຼາດ, ໂດຍມີຈຸດເລີ່ມຕົ້ນມາຈາກສະພາບການຕົວຈິງ, ແງ່ຫວັງພັດທະນາຂອງພື້ນຖານເສດຖະກິດ ຫວຽດນາມ. ທ່ານກໍ່ໃຫ້ຮູ້ວ່າ ພາຍຫຼັງກອງປະຊຸມນີ້, ລັດຖະບານຈະປະກາດໃຊ້ມະຕິວ່າດ້ວຍໜ້າທີ່ ແລະ ມາດຕະການ ເພື່ອຮັກສາໃຫ້ເປັນປົກກະຕິ ແລະ ພັດທະນາຕະຫຼາດທຶນຮອນປອດໄພ, ໂປ່ງໃສ, ມີປະສິດທິຜົນ, ປະກອບສ່ວນຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ