ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່າ​ນ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາຢ່າງແຮງຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່າ​ນ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris

ວັນທີ 6 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມລະດັບສູງທີ່ກ່ຽວຂ້ອງຢູ່ ຈາກາຕາ, ອິນໂດເນເຊຍ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາຢ່າງແຮງຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ, ມຸ່ງໄປເຖິງການຍົກລະດັບການພົວພັນໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນບັນດາຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ການສຶກສາບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມສົມທົບກັບ ອາເມລິກາ ເພື່ອກະກຽມການຕ້ອນຮັບ ທ່ານປະທານາທິບໍດີ ອາເມລິກາ Joe Biden ຢ່າງສົມກຽດ, ລອບຄອບຖີ່ຖ້ວນໃນໄລຍະຈະມາເຖິງ. ທ່ານນາງຮອງປະທານາທິບໍດີ Kamala Harris ໄດ້ເນັ້ນໜັກວ່າຄວາມໝາຍສຳຄັນຂອງການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຈະສ້າງຂີດໝາຍພັດທະນາໃໝ່ໃຫ້ແກ່ການພົວພັນສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ