ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet

(VOVWORLD) - ສອງຝ່າຍກໍເຫັນດີຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງສອງປະເທດໄດ້ລົງນາມໃຫ້ມີປະສິດທິຜົນ; ຍູ້ແຮງການຮ່ວມມື, ເຊື່ອມຕໍ່ສອງພື້ນຖານເສດຖະກິດ; ພ້ອມທັງ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ກຳປູເຈຍ ໄດ້ທຳມາຫາກິນ, ດຳລົງຊີວິດຢ່າງມີສະຖຽນລະພາບ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະມາຄົມປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສະພາຮ່ວມມືເຂດອ່າວເປີເຊຍ (GCC) ຢູ່ນະຄອນຫຼວງ Riyadh, ອາຣັບບີ ຊະອຸດິ, ວັນທີ 20 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet.

        ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນໄລຍະຈະມາເຖິງ ຂອງທ່ານນາຍົກລັດຖະມົນຕີ Hun Manet. ສອງຝ່າຍກໍເຫັນດີຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງສອງປະເທດໄດ້ລົງນາມໃຫ້ມີປະສິດທິຜົນ; ຍູ້ແຮງການຮ່ວມມື, ເຊື່ອມຕໍ່ສອງພື້ນຖານເສດຖະກິດ; ພ້ອມທັງ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ກຳປູເຈຍ ໄດ້ທຳມາຫາກິນ, ດຳລົງຊີວິດຢ່າງມີສະຖຽນລະພາບ, ກໍຄືເພີ່ມທະວີການເຊື່ອມຕໍ່ພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລະຫວ່າງລຸ້ນໜຸ່ມສອງປະເທດ ເພື່ອແນໃສ່ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນເຊິ່ງກັນແລະກັນ.


ຕອບກັບ

ຂ່າວ/ບົດ​ອື່ນ