ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະທານ ສະພາຊຸກຍູ້ການທູດປະຊາຊົນ ແລະ ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຊົມເຊີຍ FEC ທີ່ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ໃຫ້ແກ່ ຫວຽດນາມ, ມີການປະກອບສ່ວນທີ່ແທດຈິງ, ມີປະສິດທິຜົນຕໍ່ການພັດທະນາການພົວພັນສອງປະເທດ.

ຕອນເຊົ້າວັນທີ 18 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ ຂອງປະເທດ ຍີ່ປຸ່ນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ແລະ ດຳເນີນບັນດາການເຄື່ອນໄຫວສອງຝ່າຍຢູ່ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີການເຮັດວຽກກັບສະພາຊຸກຍູ້ການທູດປະຊາຊົນ ຍີ່ປຸ່ນ (FEC) ໂດຍທ່ານ Ken Matsuzawa ເປັນປະທານ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະທານ  ສະພາຊຸກຍູ້ການທູດປະຊາຊົນ ແລະ ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ - ảnh 1ທ່ານປະທານ FEC Ken Matsuzawa ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບ:VGP/Nhật Bắc)

ທ່ານນາຍົກລັດຖະມົນຕີ ຊົມເຊີຍ FEC ທີ່ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ໃຫ້ແກ່ ຫວຽດນາມ, ມີການປະກອບສ່ວນທີ່ແທດຈິງ, ມີປະສິດທິຜົນຕໍ່ການພັດທະນາການພົວພັນສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ: ທ່ານປະທານ FEC Ken Matsuzawa ພ້ອມກັບ FEC ຈະສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມື, ພົວພັນແລກປ່ຽນເສດຖະກິດ; ຊຸກຍູ້ການພົວພັນວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ, ເອົາໃຈໃສ່, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ.

            ທ່ານປະທານ FEC Ken Matsuzawa ຕີລາຄາວ່າ: ໄລຍະມໍ່ໆມານີ້, ຫວຽດນາມ ພົ້ນເດັ່ນຂຶ້ນແມ່ນປະເທດມີບົດບາດ, ທີ່ຕັ້ງສຳຄັນດ້ານການເມືອງ, ເສດຖະກິດ, ການທູດ… ໃນພາກພື້ນ ແລະ ໃນໂລກ, ໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນ…

          ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) Tanaka Akihiko.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະແດງຄວາມຂອບອົກຂອບໃຈ JICA ທີ່ໄດ້ສົມທົບກັບ ຫວຽດນາມ ຜັນຂະຫຍາຍລະບຽບການກ່ຽວກັບບ້ວງເງິນໜູນຊ່ວຍພັດທະນາທາງການ (ODA) ລຸ້ນໃໝ່ມີມູນຄ່າ 50 ຕື້ ເຢນ (351,4 ລ້ານ ໂດລາສະຫະລັດ) ແລະ ບັນດາໂຄງການ ODA ໃນໄລຍະຜ່ານມາ, ນຳ ຍີ່ປຸ່ນ ກາຍເປັນປະເທດສະໜອງທຶນ ODA ຫຼາຍອັນດັບ 1 ຢູ່ ຫວຽດນາມ.

        ໂດຍມີຄວາມເຫັນດີເຫັນພ້ອມຢ່າງສູງກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານ JICA Tanaka Akihiko ໃຫ້ຮູ້ວ່າ: ຈະສົມທົບກັນຢ່າງແໜ້ນແຟ້ນກັບ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ເພື່ອຜັນຂະຫຍາຍການຮ່ວມມືຕາມບັນດາບຸລິມະສິດເຊິ່ງ ທ່ານນາຍົກລັດຖະມົນຕີ ໄດ້ເຕື້ອງເຖິງ, ພ້ອມກັນແກ້ໄຂບັນດາສິ່ງຄົງຄ້າງທີ່ເກີດຂຶ້ນໃນວິວັດການຜັນຂະຫຍາຍບັນດາໂຄງການລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ