ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ນະ​ຄອນ ເກິນ​ເທີ

(VOVWORLD) - ນະຄອນເກິ່ນເທີ ແມ່ນຕົວເມືອງໃຈກາງ, ແມ່ນແກ່ນສານຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້; ລັດຖະບານພວມສຸມໃສ່ ລົງທຶນພັດທະນາລະບົບພື້ນຖານໂຄງລ່າງເສດຖະກິດ - ສັງຄົມ ແລະ ບັນດາເງື່ອນໄຂທີ່ຈຳເປັນເພື່ອກາຍເປັນເຂດກຳລັງໜູນເຕີບໂຕໃໝ່ຂອງທົ່ວປະເທດ.
 ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ນະ​ຄອນ ເກິນ​ເທີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ຕອນເຊົ້າວັນທີ 14 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດ ນະຄອນເກິ່ນເທີ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ເມືອງທົດນົດ, ນະຄອນເກິ່ນເທີ ເພື່ອແຈ້ງໃຫ້ຊາບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV ບັນດາການເຄື່ອນໄຫວຂອງຄະນະຜູ້ແທນສະພາແຫ່ງຊາດນະຄອນ ເກິ່ນເທີ ຢູ່ກອງປະຊຸມ; ຮັບຟັງ, ຕອບຄຳຖາມ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງສົ່ງໄປຍັງສະພາແຫ່ງຊາດ.

ໂດຍຮັບຮູ້, ຕີລາຄາສູງ 6 ເດືອນຕົ້ນປີ, ນະຄອນເກິ່ນເທີ ບັນລຸໄດ້ໝາກຜົນສຳຄັນໃນການພັດທະນາເສດຖະກິດ - ສັງຄົມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນະຄອນເກິ່ນເທີ ແມ່ນຕົວເມືອງໃຈກາງ, ແມ່ນແກ່ນສານຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້; ລັດຖະບານພວມສຸມໃສ່ ລົງທຶນພັດທະນາລະບົບພື້ນຖານໂຄງລ່າງເສດຖະກິດ - ສັງຄົມ ແລະ ບັນດາເງື່ອນໄຂທີ່ຈຳເປັນເພື່ອກາຍເປັນເຂດກຳລັງໜູນເຕີບໂຕໃໝ່ຂອງທົ່ວປະເທດ.ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີການນຳນະຄອນສຸມໃສ່ຊີ້ນຳ, ພະຍາຍາມທີ່ສຸດເພື່ອສູ້ຊົນປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ