ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ນະ​ຄອນ ເກິ່ນ​ເທີ

(VOVWORLD) -ຕອນເຊົ້າວັນທີ 21 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາສະມາຊິກສະພາແຫ່ງຊາດ ນະຄອນເກິ່ນເທີ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງກ່ອນການຈັດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແບບທາງໄກ.       
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ນະ​ຄອນ ເກິ່ນ​ເທີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນ ເກິ່ນເທີ
(ພາບ: TTXVN)

ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຮັບຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມ ປີ 2021.

        ເມື່ອຕອບຄຳຖາມຂອງຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມຜັນຂະຫຍາຍໂຄງການຟື້ນຟູພັດທະນາເສດຖະກິດ ດ້ວຍເປົ້າໝາຍແມ່ນຟື້ນຟູໂດຍໄວ ແລະ ຍືນຍົງດ້ວຍ 4 ຂົງເຂດ. ຂົງເຂດສາທາລະນະສຸກ, ເປັນຕົ້ນແມ່ນການແພດປ້ອງກັນ, ການແພດຂັ້ນຮາກຖານ, ຢຸກຢາ ແລະ ວັກຊິນ. ການໜູນຊ່ວຍສະວັດດີການສັງຄົມ ດ້ວຍທິດນຳທີ່ວ່າ ບໍ່ປະໃຫ້ຜູ້ໃດຖືກໄວ້ຢູ່ທາງຫຼັງ, ຫຼຸດຄ່າໂທລະຄົມມະນາຄົມ, ຄ່າໃຊ້ໄຟຟ້າລົງ; ຕໍ່ເວລາ ການຍົກເວັ້ນ ແລະ ຫຼຸດເງິນຄ່າເຊົ່າທີ່ດິນ. ລົງທຶນໃສ່ພື້ນຖານໂຄງລ່າງທັງຊຸກຍູ້ການເຕີບໂຕດ້ານເສດຖະກິດ, ທັງພັດທະນາພື້ນຖານໂຄງລ່າງຕາມ 3 ຂອດບຸກທະລຸ, ເປີດກວ້າງຂົງເຂດພັດທະນາໃໝ່.

         ສຳລັບນະຄອນເກິ່ນເທີແລ້ວ, ເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກ, ລັດຖະບານ ໄດ້ຍົກອອກ 8 ໝວດມາດຕະການ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ນະຄອນເກິ່ນເທີ ສືບຕໍ່ຄວບຄຸມພະຍາດໂຄວິດ -19 ໃຫ້ເປັນຢ່າງດີ; ພັດທະນາພື້ນຖານໂຄງລ່າງ, ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ສັງຄົມ; ປະຕິບັດໂຄງການຄົມມະນາຄົມເຊື່ອມຕໍ່ເຂດໃຫ້ສຳເລັດ… ຄົ້ນຄ້ວາຜັນຂະຫຍາຍທາງລົດໄຟເຊື່ອມຕໍ່ນະຄອນໂຮ່ຈີມິນ ແລະ ກາເມົາ, ພັດທະນາເສັ້ນທາງທິດຕາເວັນຕົກຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ