ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ບຸນ​ກາ​ຣີ

(VOVWORLD) - ຫວຽດນາມ ພ້ອມແລ້ວທີ່ຈະເປັນປະຕູເຂົ້າອອກ, ຂົວເຊື່ອມຕໍ່ເພື່ອໃຫ້ບຸນກາຣີ ຮ່ວມມືກັບ ອາຊຽນ ຢ່າງເລິກເຊິ່ງກ່ວາອີກກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ບຸນ​ກາ​ຣີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov (ພາບ: quochoi.vn)

ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ບຸນກາຣີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ພາກພື້ນ ເອີລົບຕາເວັນອອກກາງ.

ຫວຽດນາມ ພ້ອມແລ້ວທີ່ຈະເປັນປະຕູເຂົ້າອອກ, ຂົວເຊື່ອມຕໍ່ເພື່ອໃຫ້ບຸນກາຣີ ຮ່ວມມືກັບ ອາຊຽນ ຢ່າງເລິກເຊິ່ງກ່ວາອີກກ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ກການພົວພັນທາງການຄ້າສອງສົ້ນເພື່ອບັນລຸໄດ້ 500 ລ້ານ USD/ປີ ໂດຍໄວ, ທ່ານສະເໜີໃຫ້ລັດຖະບານສອງປະເທດ ລົງນາມສັນຍາຂຶ້ນລັດຖະບານໂດຍໄວ ເພື່ອສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ປະຕິບັດໂຄງການຮ່ວມມືດ້ານແຮງງານ ຢູ່ບຸນກາຣີ ໂດຍໄວ, ເປັນຕົ້ນແມ່ນ: ການແພດ, ກໍ່ສ້າງ, ຕ່ຳແຜ່ນຕັດຫຍິບ ແລະ ກະສິກຳ…

 ສ່ວນ ທ່ານ ປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov ປາດຖະໜາຢາກ ໃຫ້ສອງຝ່າຍເພີ່ມທະວີການຮ່ວມມືກ່ຽວກັບການຄ້າ, ການລົງທຶນ ເປັນຕົ້ນແມ່ນບັນດາຂົງເຂດທີ່ສອງຝ່າຍ ມີຄວາມສາມາດບົ່ມຊ້ອນ, ມີທ່າແຮງ, ບັນດາຜະລິດຕະພັນທີ່ມີມູນຄ່າເພີ່ມສູງຄື: ກະສິກຳນຳໃຊ້ເຕັດໂນໂລຢີສູງ, ການຢາ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການທ່ອງທ່ຽວ, ວັດທະນະທຳ…

ຕອບກັບ

ຂ່າວ/ບົດ​ອື່ນ