ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ພົບ​ປະເຈລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ Frank-Walter Steinmeier

(VOVWORLD) - ຕອນເຊົ້າວັນທີ 24 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາ ກັບທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier, ທີ່ພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ

ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ພົບ​ປະເຈລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ Frank-Walter Steinmeier - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier (ພາບ: TTXVN)

ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນກັບທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ບັນດາຜົນສຳເລັດທີ່ພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ, ທ່ານເນັ້ນໜັກວ່າ ຫວຽດນາມ ຈະສຸມໃສ່ປະຕິບັດບັນດາບາດກ້າວບຸກທະລຸ ຍຸດທະສາດຊ່ວຍ ສ້າງລະບອບລະບຽບການໃຫ້ສົມບູນແບບ, ພັດທະນາພື້ນຖານໂຄງລ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງຮູບແບບການເຕີບໂຕ, ໃນນັ້ນໃຫ້ບຸລິມະສິດ ເສດຖະກິດດີຈີຕອນ ແລະ ການເຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ເສດຖະກິດໝູນວຽນ, ຍູ້ແຮງວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ; ໃຫ້ຄຳໝັ້ນສັນຍາຢ່າງມີຄວາມຮັບຜິດຊອບຕໍ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ໂດຍຢັ້ງຢືນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນເສົາຄ້ຳຂອງການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ເຢຍລະມັນ ໄດ້ເຫັນດີເປັນເອກະພາບເພີ່ມທະວີການສົ່ງເສີມວິສາຫະກິດ ເຢຍລະມັນ ມາລົງທຶນຢູ່ ຫວຽດນາມ, ເປັນຕົ້ນແມ່ນບັນດາຂົງເຂດທີ່ເປັນທ່າແຮງຂອງເຢຍລະມັນຄື: ພະລັງງານ, ເສັ້ນທາງລົດໄຟ, ວັດຖຸອຸປະກອນການແພດ, ການຢາ, ພື້ນຖານໂຄງລ່າງ…ການນຳສອງທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພີ່ມທະວີການສ້າງບັນດາກົນໄກ, ຂອບເຂດການຮ່ວມມືໃນຂົງເຂດບຳລຸງສ້າງວິຊາຊີບ. ທ່ານປະທານາທິບໍດີ ເຢຍລະມັນ ປາດຖະໜາວ່າ ກຳລັງແຮງງານຫວຽດນາມ ຈະມີໂອກາດໄປເຮັດວຽກຢູ່ເຢຍລະມັນ, ປັບປຸງສະພາບການຂາດເຂີນແຮງງານຢູ່ເຢຍລະມັນ ຢ່າງຕັ້ງໜ້າ ໃນໄລຍະຈະມາເຖິງ.

ແລະກໍ່ໃນຕອນບ່າຍວັນທີ 24 ມັງກອນ,ຢູ່ນະຄອນໂຮ່ຈີມິນ, ທ່ານ ຟານວັນມາຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີ ເຢຍລະມັນ. ຢູ່ທີ່ນີ້, ທ່ານປະທານາທິບໍດີ Frank-Walter Steinmeir ໄດ້ສະແດງຄວາມດີໃຈເມື່ອໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນໂຮ່ຈີມິນ, ທ່ານຕີລາຄາສູງການພັດທະນາຢ່າງຂະຫຍັນຂັນເຄື່ອນ ຂອງນະຄອນ ທີ່ປະກອບສ່ວນເຂົ້າໃນການພັດທະນາລວມຂອງ ຫວຽດນາມ ໃນໄລຍະຜ່ານມາ. ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ, ທ່ານປະທານາທິບໍດີ Frank-Walter Steinmeir ໄດ້ພົບປະ, ເຂົ້າຮ່ວມກອງປະຊຸມວົງມົນກັບວິສາຫະກິດ ເຢຍລະມັນ, ຢ້ຽມຢາມມະຫາວິທະຍາໄລ ຫວຽດ - ດຶກຢູ່ ບິ່ງເຢືອງ.

ຕອບກັບ

ຂ່າວ/ບົດ​ອື່ນ