ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ການ​ເຮັດ​ວຽກ​ກັບ​ວົງ​ການ​ນັກ​ວິ​ທະ​ຍາ​ສາດ, ນັກ​ທຸ​ລະ​ກິດ ນິວ​ຊີ​ແລນ

(VOVWORLD) - ທ່ານ Simon Bridges ປະທານສະພາທຸລະກິດ Auckland ໃຫ້ຮູ້ວ່າ ບັນດາວິສາຫະກິດ ນິວຊີແລນ ມີຄວາມເອົາໃຈໃສ່ຕໍ່ວິວັດການພັດທະນາຢ່າງກະໂດດຂັ້ນຂອງ ຫວຽດນາມ ໃນຕະຫລອດໄລຍະ 20 ປີຜ່ານມາ, ທ່ານກໍ່ເຫັນໄດ້ຫຼາຍກາລະໂອກາດເພື່ອມາລົງທຶນ, ດຳເນີນທຸລະກິດ ຢູ່ ຫວຽດນາມ ແລະ ມີຫຼາຍໂຄງການຂອງ ນິວຊີແລນ ປະສົບຜົນສຳເລັດ ຢູ່ ຫວຽດນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ການ​ເຮັດ​ວຽກ​ກັບ​ວົງ​ການ​ນັກ​ວິ​ທະ​ຍາ​ສາດ, ນັກ​ທຸ​ລະ​ກິດ ນິວ​ຊີ​ແລນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາສະມາຊິກ ກຸ່ມນັກວິທະຍາສາດ ເຕັກໂນໂລຢີ ຊາວຫວຽດນາມ ອາໄສຢູ່ ນິວຊີແລນ

ໃນລາຍການຢ້ຽມຢາມ ນິວຊີແລນຢ່າງເປັນທາງການ, ຕອນເຊົ້າວັນທີ 10 ມີນາ, ຢູ່ນະຄອນ Auckland, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບບັນດານັກວິທະຍາສາດ ເຕັກໂນໂລຢີ ຊາວຫວຽດນາມ ອາໄສຢູ່ ນິວຊີແລນ, ໃຫ້ການຕ້ອນຮັບອະທິການບໍດີມະຫາວິທະຍາໄລ Waikato, ເຮັດວຽກກັບສະພາທຸລະກິດນະຄອນ Auckland ແລະ ບາງວິສາຫະກິດພົ້ນເດັ່ນຂອງ ນິວຊີແລນ ເພື່ອກຳແໜ້ນສະພາບການ, ຊອກຫາຄວາມຕ້ອງການ, ຄວາມສາມາດບົ່ມຊ້ອນ, ກາລະໂອກາດໃນການຮ່ວມມື, ແບ່ງປັນບົດຮຽນປະສົບການ, ເຊື່ອມຕໍ່ການຮ່ວມມືໃນບັນດາຂົງເຂດ.

ທີ່ການເຮັດວຽກກັບກຸ່ມນັກວິທະຍາສາດ ເຕັກໂນໂລຢີ ຊາວຫວຽດນາມ ອາໄສຢູ່ ນິວຊີແລນ (VietTech NZ), ທ່ານນາຍົກລັດຖະມົນຕີ ສະເໜີກຸ່ມ VietTech NZ ເສີມຂະຫຍາຍກ່ວາອີກບົດບາດເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ໃນຂົງເຂດເຕັກໂນໂລຢີ ຢູ່ນິວຊີແລນ ແລະ ລະຫວ່າງ ຫວຽດນາມ ແລະ ນິວຊີແລນ ຢ່າງມີປະສິດທິຜົນ, ເພີ່ມທະວີການເຊື່ອມຕໍ່ກັບເຄືອຂ່າຍປັນຍາຊົນໜຸ່ມ ຫວຽດນາມ ໃນທົ່ວໂລກ, ຜ່ານນັ້ນ ປະກອບສວ່ນຢ່າງແທ້ຈິງ ແລະ ມີປະສິດທິຜົນເຂົ້າໃນການພັດທະນາຂອງປະເທດຊາດ.

ທີ່ການຕ້ອນຮັບທ່ານ Simon Bridges, ປະທານສະພາທຸລະກິດ Auckland ແລະ ການນຳບາງວິສາຫະກິດດີເດັ່ນຂອງ ນິວຊີແລນ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ສ້າງທຸກເງື່ອນໄຂສະດວກ, ຍາມໃດກໍ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກກັບກົດໝາຍຂອງບັນດານັກລົງທຶນ. ທ່ານຢັ້ງຢືນວ່າ ຄວາມສາມາດບົ່ມຊ້ອນໃນການລົງທຶນ, ດຳເນີນທຸລະກິດ ລະຫວ່າງ ຫວຽດນາມ - ນິວຊີແລນ ຍັງໃຫຍ່ຫຼວງ, ທ່ານນາຍົກລັດຖະນົນຕີ ຖືວ່າ ຕ້ອງມີຄວາມຕັດສິນໃຈຢູ່ລະດັບສູງ, ຄວາມມານະພະຍາຍາມ, ມີວິທີການແກ້ໄຂຢ່າງລະອຽດເພື່ອຊຸກຍູ້ການຮ່ວມມືພັດທະນາໃນໄລຍະໃໝ່, ນຳວົງການຄ້າສອງສົ້ນຂຶ້ນ 2 ຕື້ USD (ປີ 2023, ຍອດວົງເງິນການຄ້າສອງສົ້ນບັນລຸ 1,3 ຕື້ USD) ໂດຍໄວ.

ສ່ວນທ່ານ Simon Bridges ໃຫ້ຮູ້ວ່າ ບັນດາວິສາຫະກິດ ນິວຊີແລນ ມີຄວາມເອົາໃຈໃສ່ຕໍ່ວິວັດການພັດທະນາຢ່າງກະໂດດຂັ້ນຂອງ ຫວຽດນາມ ໃນຕະຫລອດໄລຍະ 20 ປີຜ່ານມາ, ທ່ານກໍ່ເຫັນໄດ້ຫຼາຍກາລະໂອກາດເພື່ອມາລົງທຶນ, ດຳເນີນທຸລະກິດ ຢູ່ ຫວຽດນາມ ແລະ ມີຫຼາຍໂຄງການຂອງ ນິວຊີແລນ ປະສົບຜົນສຳເລັດ ຢູ່ ຫວຽດນາມ.

ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມສູນຄົ້ນຄ້ວາຕົ້ນໄມ້ ແລະ ສະບຽງອາຫານ ນິວຊີແລນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງ ການແນະນຳກ່ຽວກັບສູນ ແລະ ບັນດາໂຄງການຮ່ວມມືຂອງສູນກັບ ຫວຽດນາມ, ທ່ານໄດ້ຕີລາຄາສູງບັນດາຜົນສຳເລັດໃນການຄົ້ນຄ້ວາ, ພັດທະນາຂອງສູນ ແລະ ໝາກຜົນໃນການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດສົ່ງອອກທີ່ເປັນທ່າແຮງຂອງ ຫວຽດນາມ ຄື: ມັງກອນ, ອາໂວກາໂດ ຕາມທິດສະອາດ, ຍືນຍົງ, ມີຄຸນນະພາບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ