ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ມີລະ​ບອບ​ລະ​ບຽບ​ການ​ແທດ​ເໝາະ ຈະ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -     ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍປະຕິບັດກົດໝາຍ, ມະຕິຈຳນວນໜຶ່ງຂອງສະພາແຫ່ງຊາດຊຸດທີ XV. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ແລະ ໄດ້ເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ມີລະ​ບອບ​ລະ​ບຽບ​ການ​ແທດ​ເໝາະ ຈະ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມ (ພາບ: VOV)

ກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການສ້າງ ແລະ ບູລະນະລະບອບລະບຽບການໃຫ້ສົມບູນແບບ ແມ່ນໜຶ່ງໃນ 3 ບຸກທະລຸຍຸດທະສາດ, ແຜນນະໂຍບາຍໃຫຍ່ຂອງພັກ, ເພາະວ່າ ມີລະບອບລຽບການທີ່ແທດເໝາະ ຈະສ້າງກຳລັງໜູນພັດທະນາປະເທດຊາດ.

        “ໂດຍປະຕິບັດປີຍູ້ແຮງ ນັ້ນແມ່ນ ທີໜຶ່ງຍູ້ແຮງຄວາມຄືບໜ້າຍົກສູງຄຸນນະພາບການກໍ່ສ້າງກົດໝາຍຖືກຕ້ອງຕາມຄວາມຄືບໜ້າທີ່ໄດ້ວາງອອກ. ທີສອງແມ່ນຍູ້ແຮງການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຈາກການປະຕິບັດຕົວຈິງ ເພື່ອຄົ້ນຄວ້າ, ປັບປຸງ, ບູລະນະໃຫ້ສົມບູນແບບໃນວິວັດການສ້າງກົດໝາຍ; ທີສາມແມ່ນຍູ້ແຮງວຽກງານສຳຫຼວດກວດກາການຫັນເປັນລະບົບ; ທີສີ່ແມ່ນຍູ້ແຮງກົນໄກແບ່ງຂັ້ນ, ແບ່ງສິດໃຫ້ເໝາະສົມ, ມີຄວາມເປັນໄປໄດ້ ແຕ່ມີປະສິດທິຜົນໃນວຽກງານສົມທົບກັບອົງການຕ່າງໆໃນລະບົບການເມືອງ ກໍຄືໃນການສ້າງ ແລະ ຈັດຕັ້ງປະຕິບັດກົດໝາຍ;       ທີຫ້າ ແມ່ນວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍ, ເຮັດແນວໃດໃຫ້ມີຄວາມດູດດື່ມ, ຈະແຈ້ງ ເຮັດໃຫ້ປະຊາຊົນຮູ້, ປະຊາຊົນເຂົ້າໃຈ ແລະ ປະຊາຊົນປະຕິບັດຕາມ”.

ຕອບກັບ

ຂ່າວ/ບົດ​ອື່ນ