ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມາຮອດນະຄອນຫຼວງ Bucharest, ເລີ່ມຕົ້ນການຢ້ຽມຢາມ ຣຸ​ມາ​ນີ ຢ່າງເປັນທາງການ

(VOVWORLD) -   ຢູ່ Bucharest, ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣຸມານີ...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມາຮອດນະຄອນຫຼວງ Bucharest, ເລີ່ມຕົ້ນການຢ້ຽມຢາມ ຣຸ​ມາ​ນີ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣຸມານີ

ພາຍຫຼັງສິ້ນສຸດການຢ້ຽມຢາມ ຮູງກາຣີ ຢ່າງເປັນທາງການຢ່າງຈົບງາມ, ຕອນບ່າຍວັນທີ 20 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດນະຄອນຫຼວງ Bucharest, ເລີ່ມຕົ້ນການຢ້ຽມຢາມ ຣຸມານີ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຣຸມານີ Ion – Marcel Ciolacu.

          ຢູ່ Bucharest, ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣຸມານີ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຝາກຄຳຢື້ຢາມຖາມຂ່າວ, ຄຳອວຍພອນອັນດີງາມ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣຸມານີ ເວົ້າສະເພາະ ແລະ ຢູ່ ເອີລົບ ເວົ້າລວມ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ມານະພະຍາຍາມໜູນຊ່ວຍພໍ່ແມ່ປະຊາຊົນມີຖານະດ້ານກົດໝາຍໜັກແໜ້ນ, ມີຊີວິດການເປັນຢູ່ເປັນປົກກະຕິ, ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ; ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ໝັ້ນຄົງໜັກແໜ້ນ, ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນປະກອບສ່ວນຕັ້ງໜ້າໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

          ໂດຍໄດ້ແຈ້ງບັນດາບັນຫາໃຫຍ່ກ່ຽວກັບສະພາບການເສດຖະກິດ - ສັງຄົມ, ການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນ ແລະ ສະແດງຄວາມຂອບອົກຂອບໃຈ ບັນດາການປະກອບສ່ວນສຳຄັນ, ຕັ້ງໜ້າຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນຜົນສຳເລັດລວມຂອງປະເທດຊາດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ພໍ່ແມ່ປະຊາຊົນ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍພາບພົດອັນດີງາມຂອງປະເທດຊາດ ແລະ ປະຊາຊົນ ຫວຽດນາມ ສຳລັບ ຣຸມານີ, ກໍ່ຄືການພົວພັນມິດຕະພາບທີ່ເປັນມູນເຊື້ອ, ດີງາມລະຫວ່າງສອງປະເທດ, ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ