ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ ນິວ​ຊີ​ແລນ ຢ່າງ​ເປັນ​ທາງ​ການ

(VOVWORLD) - ໃນການຢ້ຽມຢາມນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະ ເຂົ້າຮ່ວມການພົບປະ ເຈລະຈາກັບບັນດາການນຳຂັ້ນສູງຂອງ ນິວຊີແລນ, ເຂົ້າຮ່ວມການໂອ້ລົມສົນທະນາ ແລະ ເຮັດວຽກກັບບັນດາການນຳສະມາຄົມ, ວິສາຫະກິດແຖວໜ້າຂອງ ນິວຊີແລນ.
 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ ນິວ​ຊີ​ແລນ ຢ່າງ​ເປັນ​ທາງ​ການ - ảnh 1ພາບປະກອບ: VGP

ພາຍຫຼັງເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ລະຫວ່າງ ອາຊຽນ - ອົດສະຕາລີ ແລະ ຢ້ຽມຢາມ ອົດສະຕາລີຢ່າງເປັນທາງການ, ຕອນບ່າຍວັນທີ 9 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນ Auckland, ຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ ໃນລະຫວ່າງວັນທີ 10 - 11 ມີນາ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon.

ຄາດວ່າ ໃນການຢ້ຽມຢາມນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະ ເຂົ້າຮ່ວມການພົບປະ ເຈລະຈາກັບບັນດາການນຳຂັ້ນສູງຂອງ ນິວຊີແລນ, ເຂົ້າຮ່ວມການໂອ້ລົມສົນທະນາ ແລະ ເຮັດວຽກກັບບັນດາການນຳສະມາຄົມ, ວິສາຫະກິດແຖວໜ້າຂອງ ນິວຊີແລນ; ຢ້ຽມຢາມ, ເຮັດວຽກກັບບັນດາອົງການຈັດຕັ້ງວິທະຍາສາດ, ເຕັກໂນໂລຢີ, ການສຶກສາ ນິວຊີແລນ ແລະພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ນິວຊີແລນ.

ຕອບກັບ

ຂ່າວ/ບົດ​ອື່ນ