ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາ, ສຳຫຼວດ​ບາງ​ໂຄງ​ການ, ກິດ​ຈະ​ກຳ​ຈຸດ​ສຸມ​ຢູ່​ແຂວງ ກ໋​ວາງ​ຈິ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີບັນດາຜູ້ຮັບເໝົາ, ໜ່ວຍງານກໍ່ສ້າງ ຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ເຕັກນິກ, ສິລະປະກຳ, ຄວາມປອດໄພ, ອະນາໄມ, ສິ່ງແວດລ້ອມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາ, ສຳຫຼວດ​ບາງ​ໂຄງ​ການ, ກິດ​ຈະ​ກຳ​ຈຸດ​ສຸມ​ຢູ່​ແຂວງ ກ໋​ວາງ​ຈິ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງໄປສຳຫຼວດຕົວຈິງ ບັນດາໂຄງການຈຸດສຸມຢູ່ ແຂວງກ໋ວາງຈິ
(ພາບ: VGP)

ຕອນບ່າຍວັນທີ 22 ກໍລະກົດ, ໃນແຜນການປະຕິບັດງານຢູ່ແຂວງ ກ໋ວາງຈິ, ພາກກາງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປສຳຫຼວດຕົວຈິງ, ຊີ້ນຳການຜັນຂະຫຍາຍບາງໂຄງການ, ກິດຈະກຳຄົມມະນາຄົມຂົນສົ່ງ ແລະ ອຸດສາຫະກຳຈຸດສຸມໃນບໍລິເວນແຂວງ. ສຳລັບແຕ່ລະໂຄງການ, ທ່ານນາຍົກລັດຖະມົນຕີ ລ້ວນແຕ່ມີການກຳນົດທິດໃຫຍ່ໃນການຜັນຂະຫຍາຍ.

ສຳລັບໂຄງການເສັ້ນທາງຄວາມໄວສູງ ຫວ້ານນິງ - ກາມໂລະ ຂຶ້ນກັບໂຄງການເສັ້ນທາງຄວາມໄວສູງ ເໜືອ - ໃຕ້ທາງທິດຕາເວັນອອກໄລຍະ 2021 – 2025 ມີລວງຍາວ 65,7 ກີໂລແມັດ, ທ່ານນາຍົກລັດຖະມົນຕີ ສະເໜີບັນດາຜູ້ຮັບເໝົາ, ໜ່ວຍງານກໍ່ສ້າງ ຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ເຕັກນິກ, ສິລະປະກຳ, ຄວາມປອດໄພ, ອະນາໄມ, ສິ່ງແວດລ້ອມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ກ໋ວາງຈິ ປະຕິບັດວຽກງານບຸກເບີກໜ້າພຽງ, ສ້າງເຂດຕັ້ງຖິ່ນຖານໃຫມ່ໃຫ້ແກ່ປະຊາຊົນ.

ສຳລັບໂຄງການເສັ້ນທາງຄວາມໄວສູງ ກາມໂລະ - ລາເຊີນ ຂຶ້ນກັບໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ພາກເໜືອ - ໃຕ້ທາງທິດຕາເວັນອອກ ໄລຍະ 2017 – 2020, ມີລວງຍາວແມ່ນ 98,35 ກີໂລແມັດ, ທ່ານນາຍົກລັດຖະມົນຕີ ມອບໝາຍໃຫ້ກະຊວງຄົມມະນາຄົມແລະຂົນສົ່ງ ແລະ ບັນດາອົງການສືບຕໍ່ຄົ້ນຄ້ວາ, ກໍ່ສ້າງເສັ້ນທາງໃຫ້ສົມສຳເລັດສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ