ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ້ງ: ລັດ​ຖະ​ບານ​ສຸມ​ໃສ່​ສ້າງ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ

(VOVWORLD) -ທ່ານນາຍົກລັດຖະມົນຕີເນັ້ນໜັ້ກວ່າ: ຫວຽດນາມ ພວມສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ສ້າງລັດຖະບານປ່ຽນແປງໃໝ່, ມີລະບຽບວິໄນ, ມີການກະທຳ, ມີປະສິດທິຜົນເພື່ອຮັບໃຊ້ປະຊາຊົນ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ້ງ: ລັດ​ຖະ​ບານ​ສຸມ​ໃສ່​ສ້າງ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈ້ິງ ເປັນປະທານກອງປະຊຸມ

ຕອນເຊົ້າວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈ້ິງ ໄດ້ເປັນປະທານ, ບໍລິຫານວາລະປະຊຸມລັດຖະບານຫົວເລື່ອງສະເພາະ ກ່ຽວກັບກົດໝາຍ ເດືອນ ສິງຫາ ປີ 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຊີ້ແຈ້ງວ່າການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ໂຄງການດຳເນີນງານຂອງ ລັດຖະບານ, ໜ້າທີ່ ໄລຍະ 6 ເດືອນ, ສຸມໃສ່ປະຕິບັດ ບຸກທະລຸຍຸດທະສາດ 3 ຂໍ້, 6 ໜ້າທີ່ຈຸດສຸມ, 12 ໜ້າທີ່ສຳຄັນໃນອາຍຸການນີ້, ໃນນັ້ນມີການສ້າງລະບອບລະບຽບການ. ໃນອາຍຸການນີ້, ລັດຖະບານ ໄດ້ສຸມໃສ່ສ້າງລະບອບລະບຽບການຄື: ກວດກາຄືນຂໍ້ຕິດຂັດຂອງ ກົດໝາຍ, ບັນດາຂໍ້ກຳນົດ, ກົດໝາຍ ໂດຍສະພາແຫ່ງຊາດ, ມະຕິ, ດຳລັດ, ຄຳສັ່ງ, ມະຕິ ໂດຍລັດຖະບານປະກາດໃຊ້.

ທ່ານນາຍົກລັດຖະມົນຕີເນັ້ນໜັ້ກວ່າ: ຫວຽດນາມ ພວມສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ສ້າງລັດຖະບານປ່ຽນແປງໃໝ່, ມີລະບຽບວິໄນ, ມີການກະທຳ, ມີປະສິດທິຜົນເພື່ອຮັບໃຊ້ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້, ບັນດາລັດຖະມົນຕີເສີມຂະຫຍາຍຢ່າງສຸດຈິດສຸດໃຈທີ່ມີຄວາມຮັບຜິດຊອບເພື່ອປະຊາຊົນ, ເພື່ອປະເທດຊາດ, ສຸມໃສ່ຊີ້ນຳວຽກງານຢ່າງຮອບດ້ານ, ສ້າງຕັ້ງລະບອບລະບຽບການ, ບຸກທະທຸຍຸດທະສາດ 3 ຂໍ້.

ຕອບກັບ

ຂ່າວ/ບົດ​ອື່ນ