ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ: ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ຖື​ໂຮງ​ຮຽນ​ເປັນ​ພື້ນ​ຖານ, ອາ​ຈານ​ສອນ​ເປັນ​ກຳ​ລັງ​ໜູນ, ສຳ​ມະ​ນາ​ກອນ​ເປັນ​ໃຈ​ກາງ

(VOVWORLD) - ຕອນເຊົ້າວັນທີ 22 ກັນຍາ, ຢູ່ ຮ່າໂນ້ຍ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂສົກຮຽນໃໝ່ 2021 – 2022 ຂອງວິທະຍາຄານປ້ອງກັນຊາດ (ກະຊວງປ້ອງກັນປະເທດ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ: ການສຶກສາບຳລຸງສ້າງຖັນແຖວພະນັກງານຂັ້ນສູງຂອງພັກ, ລັດ ແລະ ກອງທັບ ແມ່ນວຽກງານທີ່ມີຄວາມຈຳເປັນ ແລະ ສຳຄັນ, ມີຄວາມໝາຍຕັດສິນຕໍ່ການພັດທະນາຂອງປະເທດຊາດ, ນຳພາລະກິດປະຕິວັດຂອງພັກໄປສູ່ໄຊຊະນະສຸດທ້າຍ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ: ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ຖື​ໂຮງ​ຮຽນ​ເປັນ​ພື້ນ​ຖານ, ອາ​ຈານ​ສອນ​ເປັນ​ກຳ​ລັງ​ໜູນ, ສຳ​ມະ​ນາ​ກອນ​ເປັນ​ໃຈ​ກາງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ສົກຮຽນ 2021  - 2022 ແມ່ນສົກຮຽນທຳອິດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ XI ແລະ ບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍໃຫຍ່ຂອງພັກ, ສະພາແຫ່ງຊາດ ລັດຖະບານໃນອາຍຸການ 2021 – 2026; ພ້ອມດຽວກັນນັ້ນ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ທົ່ວປະເທດຍັງຄົງຕ້ານໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ບອກເຕືອນວິທະຍາຄານບາງໜ້າທີ່ຈຸດສຸມໃນສົກຮຽນ 2021 – 2022 ແລະ ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນ ສ້າງບາດກ້າວບຸກທະລຸໃນການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານໃນຂົງເຂດການສຶກສາ ແລະ ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ຕ້ອງຖືໂຮງຮຽນເປັນພື້ນຖານ, ອາຈານສອນເປັນກຳລັງໜູນ ແລະ ຖືສຳມະນາກອນເປັນໃຈກາງ.

        ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ທາງວິທະຍາຄານຈະເພີ່ມທະວີການຮ່ວມມືສາກົນກ່ຽວກັບການກໍ່ສ້າງ, ສືບຕໍ່ເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືກັບບັນດາສຳມະນາກອນ, ມະຫາວິທະຍາໄລແຫ່ງຕ່າງໆ, ສະຖາບັນຄົ້ນຄວ້າການປ້ອງກັນຊາດຂອງບັນດາປະເທດ ແລະ ພື້ນຖານການສຶກສາດ້ານປ້ອງກັນຊາດທີ່ກ້າວໜ້າ, ທັນສະໄໝໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ