ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ວັກ​ຊິນ ແລະ ອຸ​ປະ​ກອນ​ການ​ແພ​ດ​ໃຫ້​ແກ່ ຫວຽດ​ນາມ

(VOVWORLD) -    ວັນທີ 06 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍຂອບໃຈທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ທີ່ໄດ້ໃຫ້ການຊ່ວຍເຫຼືອວັກຊິນ ພ້ອມດ້ວຍວັດຖຸອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ວັກ​ຊິນ ແລະ ອຸ​ປະ​ກອນ​ການ​ແພ​ດ​ໃຫ້​ແກ່ ຫວຽດ​ນາມ - ảnh 1ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ຮັບວັກຊິນ AstraZeneca ຈາກ ອົດສະຕາລີ (ພາບ: ກະຊວງສາທາລະນະສຸກ)

ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 6 ຕຸລາ, ຢູ່ສະຖາບັນອະນາໄມລະບາດວິທະຍາ ສູນກາງ, ທ່ານນາງ Robyn Modie, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ມອບວັກຊິນ AstraZeneca ທີ່ຜະລິດຢູ່ ອົດສະຕາລີ ຕື່ມອີກ 300.000 ໂດສ ພ້ອມດ້ວຍວັດຖຸອຸປະກອນການແພດໃຫ້ແກ່ ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ.

        ມາຮອດປັດຈຸບັນ, ອົດສະຕາລີ ໄດ້ມອບວັກຊິນໃຫ້ ຫວຽດນາມ ຫຼາຍກວ່າ 700.000 ໂດສ ແລ້ວແລະ. ອົດສະຕາລີ ກໍປະກາດວ່າ ໃນໄລຍະຈະມາເຖິງຈະຊ່ວຍເຫຼືອວັກຊິນໃຫ້ແກ່ ຫວຽດນາມ ຕື່ມອີກ 3,7 ລ້ານໂດສ ໂດຍຜ່ານຂໍ້ຕົກລົງກັບ UNICEF ແລະ ກະຊວງສາທາລະນະສຸກ ຫວຽດນາມ, ອັນໄດ້ຍົກຍອດຈຳນວນວັກຊິນ ເຊິ່ງ ອົດສະຕາລີ ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອຫວຽດນາມ ຂຶ້ນເປັນ 5,2 ລ້ານໂດສ, ລວມມູນຄ່າປະມານ 60 ລ້ານ AUD. ຝ່າຍ ອົດສະຕາລີ ກໍພວມຮ່ວມມືກັບອົງການ UNICEF ເພື່ອແນໃສ່ຍົກລະດັບອຸປະກອນເກັບຮັກສາວັກຊິນ, ບຳລຸງກໍ່ສ້າງພະນັກງານການແພດ ແລະ ຜັນຂະຫຍາຍການສັກວັກຊິນໄປຍັງເຂດຫ່າງໄກສອກຫຼີກຂອງ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ