ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ອິນເດຍ ຢ່າງຈົບງາມ

(VOVWORLD) - ໃນການຢ້ຽມຢາມເປັນເວລາ 2 ວັນ, ທ່ານນາຍົກລັດຖະມົນຕີ ໄດ້ມີ 20 ການເຄື່ອນໄຫວທີ່ເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນກັບບັນດາວົງການ, ຂົງເຂດທີ່ແຕກຕ່າງກັນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ອິນເດຍ ຢ່າງຈົບງາມ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
(ພາບ: TTXVN)

        ຮຸ່ງເຊົ້າວັນທີ 02 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້້ເດີນທາງກັບເມືອຮອດສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ສິ້ນສຸດການຢ້ຽມຢາມທາງລັດຖະກິດ ອິນເດຍ ຢ່າງຈົບງາມ (ແຕ່ວັນທີ 30 ກໍລະກົດ - 01 ສິງຫາ) ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi.

        ໃນການຢ້ຽມຢາມເປັນເວລາ 2 ວັນ, ທ່ານນາຍົກລັດຖະມົນຕີ ໄດ້ມີ 20 ການເຄື່ອນໄຫວທີ່ເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນກັບບັນດາວົງການ, ຂົງເຂດທີ່ແຕກຕ່າງກັນ. ໃນຂອບເຂດການຢ້ຽມຢາມ, ບັນດາກະຊວງ, ຂະແໜງການ, ອົງການຂອງ 2 ຝ່າຍກໍ່ໄດ້ລົງນາມ, ແລກປ່ຽນເອກະສານການຮ່ວມມືໃນ 9 ສະບັບໃນບັນດາຂົງເຂດ, ຄື: ສາທາລະນະສຸກ, ກົດໝາຍ ແລະ ຕຸລາການ, ການທູດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດກະສິກຳ.. ບັນດາວິສາຫະກິດຂອງ 2 ປະເທດກໍ່ລົງນາມ ແລະ ແລກປ່ຽນເອກະສານຮ່ວມມື 10 ສະບັບໃນບັນດາຂົງເຂດ, ຄື: ພື້ນຖານໂຄງລ່າງ, ພະລາທິການ, ການບິນ, ທ່ອງທ່ຽວ, ວັດທະນະທຳ, ການຢາ…

        ການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໄປສູ່ໜ້າປະຫວັດສາດໃໝ່, ເລິກເຊິ່ງ, ແທດຈິງ, ມີປະສິທິຜົນກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ