ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ຫວຽດນາມ -UAE ໂດຍໄວ

(VOVWORLD) - ການເມືອງ - ການທູດ, ການຄ້າ, ການລົງທຶນ, ການສຶກສາ, ທ່ອງທ່ຽວ, ພະລັງງານ. ໃນນັ້ນວົງເງິນການຄ້າສອງຝ່າຍໃນປີ 2022 ບັນລຸກ່ວາ 4,4 ຕື້ໂດລາສະຫະລັດ
 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ຫວຽດນາມ -UAE ໂດຍໄວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ ປອ Thani bin Ahmed Al Zeyoudi
(ພາບ:Dương Giang/TTXVN)

ຕອນເຊົ້າວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ປອ Thani bin Ahmed Al Zeyoudi, ລັດຖະມົນຕີຮັບຜິດຊອບການຄ້າສາກົນ, ກະຊວງການຄ້າຕ່າງປະເທດ ສະຫະລັດ ອາຣັບ ເອມີເລັດ (UAE) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: UAE ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດແຖວໜ້າຂອງ ຫວຽດນາມ ຢູ່ ເຂດຕາເວັນອອກກາງ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດໃນໄລຍະຜ່ານມາມີບັນດາບາດກ້າວພັດທະນາຕັ້ງໜ້າໃນຫຼາຍຂົງເຂດ, ຄື: ການເມືອງ - ການທູດ, ການຄ້າ, ການລົງທຶນ, ການສຶກສາ, ທ່ອງທ່ຽວ, ພະລັງງານ. ໃນນັ້ນວົງເງິນການຄ້າສອງຝ່າຍໃນປີ 2022 ບັນລຸກ່ວາ 4,4 ຕື້ໂດລາສະຫະລັດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍ UAE ສົມທົບຢ່າງແໜ້ນແຟ້ນກັບກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເພື່ອສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ຫວຽດນາມ - UAE (CEPA) ໂດຍໄວ.

        ສ່ວນທ່ານ ປອ Thani bin Ahmed Al Zeyoudi, ລັດຖະມົນຕີຮັບຜິດຊອບການຄ້າສາກົນ, ກະຊວງການຄ້າຕ່າງປະເທດ UAE ໃຫ້ຮູ້ວ່າ: ຫວຽດນາມ ກວມອັດຕາສ່ວນ 30% ໃນວົງເງິນການຄ້າຂອງ UAE ກັບ ອາຊີຕາເວັນອອກສ່ຽງໃຕ້. ໃນການໄປປະຕິບັດງານຄັ້ງນີ້ຂອງທ່ານລັດຖະມົນຕີ, UAE ໄດ້ສົ່ງວິສາຫະກິດ, ອົງການຈັດຕັ້ງຫຼາຍແຫ່ງມາຊອກຫາ, ລົງທຶນຢູ່ ຫວຽດນາມ. ທ່ານ Thani bin Ahmed Al Zeyoudi ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ UAE, ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນການສົ່ງອອກແຮງງານ, ການຫັນເປັນດີຈີຕອນ, ວັດທະນະທຳ, ການສຶກສາ…

ຕອບກັບ

ຂ່າວ/ບົດ​ອື່ນ