ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມ WEF Davos 54 ແລະ ຢ້ຽມຢາມທາງການ ຮຸງກາຣີ, ຣູມານີ ຢ່າງຈົບງາມ

(VOVWORLD) - ໃນສອງມື້ເຮັດວຽກ ດ້ວຍ 30 ການເຄື່ອນໄຫວຢູ່ກອງປະຊຸມ WEF Davos, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ຄວາມສາມັກຄີສາກົນ, ຍົກສູງລັດທິຫຼາຍຝ່າຍ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມ WEF Davos 54 ແລະ ຢ້ຽມຢາມທາງການ ຮຸງກາຣີ, ຣູມານີ ຢ່າງຈົບງາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ເດີນທາງອອກຈາກ ຣູມານີ
(ພາບ: Dương Giang/TTXVN)

ຕອນຄ່ຳວັນທີ 22 ມັງກອນ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຣູມານີ, ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມ WEF Davos 54 (ຢູ່ປະເທດ ສະວິດ) ແລະ ຢ້ຽມຢາມທາງການ ຮຸງກາຣີ, ຣູມານີ ຢ່າງຈົບງາມ.

        ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ໃຫ້ຮູ້ວ່າ: ໃນສອງມື້ເຮັດວຽກ ດ້ວຍ 30 ການເຄື່ອນໄຫວຢູ່ກອງປະຊຸມ WEF Davos, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ຄວາມສາມັກຄີສາກົນ, ຍົກສູງລັດທິຫຼາຍຝ່າຍ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຮັບປະກັນຄວາມດຸ່ນດ່ຽງຜົນປະໂຫຍດ ແລະ ຊຸກຍູ້ວິທີສຳຜັດທົ່ວໂລກ, ທົ່ວປວງຊົນ… ພິເສດ, ວາລະປຶກສາຫາລືຍຸດທະສາດລະດັບຊາດ ຫວຽດນາມ ແລະ ວາລະປຶກສາຫາລື “ຫວຽດນາມ: ກຳນົດທິດວິໄສທັດທົ່ວໂລກ”, ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບບັນດາຜົນງານພົ້ນເດັ່ນດ້ານເສດຖະກິດ - ສັງຄົມ, ບັນດາການກຳນົດທິດ, ຍຸດທະສາດການພັດທະນາຂອງປະເທດຊາດ ແລະ ແຜນນະໂຍບາຍ, ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຂອງ ຫວຽດນາມ; ບັນດາການປະກອບສ່ວນທີ່ມີຄວາມຮັບຜິດຊອບ, ມີປະສິດທິຜົນຂອງ ຫວຽດນາມ ສຳລັບສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະກ່ວາ 20 ຄັ້ງກັບການນຳປະເທດຕ່າງໆ, ບັນດາອົງການສາກົນ, ບັນດາວິສາຫະກິດແຖວໜ້າເພື່ອແນໃສ່ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືໃນຫຼາຍຂົງເຂດເລິກເຊິ່ງກ່ວາເກົ່າ, ພິເສດແມ່ນການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນ - ວິສາຫະກິດ, ເຕັກໂນໂລຊີ, ຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ສາທາລະນະສຸກ, ຊັບສິນທາງປັນຍາ.

        ການຢ້ຽມຢາມ ຮຸງກາຣີ ແລະ ຣູມານີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ການນຳ ຮຸງກາຣີ ແລະ ຣູມານີ ຢັ້ງຢືນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ ພາກພື້ນ ອາຊີ - ປາຊີຟິກ; ປາດຖະໜາຢາກນຳການພົວພັນສອງຝ່າຍໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ; ສົມທົບກັນແກ້ໄຂບັນດາບັນຫາສາກົນ ແລະ ພ້ອມກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ