ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ມິງ​ຈິງ ສະ​ເໜີ AstraZeneca ສືບ​​ຕໍ່​ສະ​ໜອງວັກ​ຊິນ ແລະ ຢາ​ປິ່ນ​ປົ​ວ​ໂລກ​ລະ​ບາດ​ໂຄວິດ - 19 ລຸ້ນ​ໃໝ່​ໃຫ້ ຫວຽດ​ນາມ

(VOVWORLD) -ທ່ານ Nitin Kapoor ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ AstraZeneca ຫວຽດນາມ ແລະ ບັນດາຕະຫຼາດ ອາຊີ ທີ່ຫາກໍພົ້ນເດັ່ນ ຢັ້ງຢືນຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຫຼາຍກວ່າອີກ. ທ່ານໃຫ້ຮູ້ວ່າ ທາງກຸ່ມບໍລິສັດ ກຳລັງພິຈາລະນາສືບຕໍ່ຫຼຸດລາຄາວັກຊິນໃຫ້ແກ່ ຫວຽດນາມ ແລະ ຢັ້ງຢືນວ່າ AstraZeneca ຈະຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃຫ້ກາຍເປັນສູນການຢາແຖວໜ້າໃນພາກພື້ນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ມິງ​ຈິງ ສະ​ເໜີ AstraZeneca ສືບ​​ຕໍ່​ສະ​ໜອງວັກ​ຊິນ ແລະ ຢາ​ປິ່ນ​ປົ​ວ​ໂລກ​ລະ​ບາດ​ໂຄວິດ - 19 ລຸ້ນ​ໃໝ່​ໃຫ້ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Nitin Kapoor ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ AstraZeneca ຫວຽດນາມ ແລະ ບັນດາຕະຫຼາດ ອາຊີ ທີ່ຫາກໍພົ້ນເດັ່ນ (ພາບ: TTXVN)

ຕອນບ່າຍວັນທີ 19 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Nitin Kapoor ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ AstraZeneca ຫວຽດນາມ ແລະ ບັນດາຕະຫຼາດ ອາຊີ ທີ່ຫາກໍພົ້ນເດັ່ນ.  ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ກຸ່ມບໍລິສັດ ຕັ້ງໜ້າຜັນຂະຫຍາຍບັນດາໂຄງການລົງທຶນທີ່ໄດ້ໃຫ້ຄຳໝັ້ນສັນຍາ, ສືບຕໍ່ສະໜອງວັກຊິນ ແລະ ຢາປິ່ນປົວພະຍາດໂຄວິດ - 19 ລຸ້ນໃໝ່ໃຫ້ ຫວຽດນາມ ເພື່ອຍົກສູງກຳລັງຕ້ານທານຕໍ່ເຊື້ອໄວຣັດສາຍພັນໃໝ່, ກໍຄືແບ່ງປັນປະສົບການສາກົນໃນການຜັນຂະຫຍາຍການສັກວັກຊິນໃຫ້ແກ່ເດັກທີ່ຢູ່ໃນເກນອາຍຸແຕ່ 5 ຫາ 12 ປີ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ, ລັດຖະບານ ຫວຽດນາມ ຈະໜູນຊ່ວຍ, ສ້າງເງື່ອນໄຂ ແລະ ສ້າງສະພາບແວດລ້ອມທີ່ສະດວກເພື່ອໃຫ້ກຸ່ມບໍລິສັດຜັນຂະຫຍາຍບັນດາໂຄງການລົງທຶນຄົ້ນຄວ້າ, ຜະລິດ ແລະ ຖ່າຍທອດເຕັກໂນໂລຢີການຢາຢູ່ ຫວຽດນາມ.

        ສ່ວນທ່ານ Nitin Kapoor ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ AstraZeneca ຫວຽດນາມ ແລະ ບັນດາຕະຫຼາດ ອາຊີ ທີ່ຫາກໍພົ້ນເດັ່ນ ຢັ້ງຢືນຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຫຼາຍກວ່າອີກ. ທ່ານໃຫ້ຮູ້ວ່າ ທາງກຸ່ມບໍລິສັດ ກຳລັງພິຈາລະນາສືບຕໍ່ຫຼຸດລາຄາວັກຊິນໃຫ້ແກ່ ຫວຽດນາມ ແລະ ຢັ້ງຢືນວ່າ AstraZeneca ຈະຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃຫ້ກາຍເປັນສູນການຢາແຖວໜ້າໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ