ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ເມ​ລິ​ກາ​ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ທັນ​ສະ​ໄໝ, ຍືນ​ຍົງ ແລະ ເຊື່ອມ​ໂຍງ

(VOVWORLD) - ທ່ານ ລັດຖະມົນຕີກະຊວງກະສິກຳ ອາເມລິກາ Thomas J. Vilsack ກໍ່ສະແດງຄວາມປະທັບໃຈຂອງຕົນຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມ...
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ເມ​ລິ​ກາ​ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ທັນ​ສະ​ໄໝ, ຍືນ​ຍົງ ແລະ ເຊື່ອມ​ໂຍງ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກຳ ອາເມລິກາ Thomas J. Vilsack ທີ່ພວມມີການເຮັດວຽກ ຢູ່ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 19 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກຳ ອາເມລິກາ Thomas J. Vilsack ທີ່ພວມມີການເຮັດວຽກ ຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະຍູ້ແຮງການຮ່ວມມື, ເປັນຕົ້ນແມ່ນການຫັນເປັນດີຈີຕອນ, ພັດທະນາສີຂຽວດ້ານກະສິກຳ, ຫັນຕະຫຼາດຜະລິດຕະພັນສະໜອງດ້ານກະສິກຳເປັນຫຼາຍຮູບແບບ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຮັບໃຊ້ກະສິກຳ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ອາເມລິກາ ໜູນຊ່ວຍ ຫວຽດນາມ ພັດທະນາຂະແໜງກະສິກຳໂດຍໄວ, ມີສະຖຽນລະພາບ, ທັນສະໄໝ, ຍືນຍົງ ແລະ ເຊື່ອມໂຍງ; ເປີດກວ້າງຕະຫຼາດນຳເຂົ້າ, ຊຸກຍູ້ການຄ້າ, ເພີ່ມຄຸນຄ່າໃຫ້ແກ່ຜະລິດຕະພັນກະເສດ ຫວຽດນາມ. ພ້ອມກັນນັ້ນ, ຫວຽດນາມ ກໍ່ພ້ອມແລ້ວທີ່ຈະເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນກະເສດບາງຊະນິດຂອງອາເມລິກາ ເພື່ອເຂົ້າມາຍັງຕະຫຼາດ ຫວຽດນາມ.

ສ່ວນທ່ານ ລັດຖະມົນຕີກະຊວງກະສິກຳ ອາເມລິກາ Thomas J. Vilsack ກໍ່ສະແດງຄວາມປະທັບໃຈຂອງຕົນຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມ, ທ່ານກໍ່ຢັ້ງຢືນວ່າ ອາເມລິກາ ມີຄວາມຫວັງຢາກເພີ່ມທະວີການພົວພັນສອງຝ່າຍ, ເປັນຕົ້ນແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ