ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື “ປະ​ຊາ​ຄົມ​ອາ​ຊີ ປ່ອຍ​ອາ​ຍ​ພິດ​ລົງ​ລະ​ດັບ 0”

(VOVWORLD) - ກອງປະຊຸມ, ບັນດາປະເທດໄດ້ຮັບຮອງເອົາຖະແຫຼງການຂອງບັນດາການນຳປະຊາຄົມ ອາຊີປ່ອຍອາຍພິດລົງລະດັບ 0 ເພື່ອເປັນພື້ນຖານໃຫ້ບັນດາປະເທດສະມາຊິກຜັນຂະຫຍາຍການເຄື່ອນໄຫວຮ່ວມມື.                    
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື “ປະ​ຊາ​ຄົມ​ອາ​ຊີ ປ່ອຍ​ອາ​ຍ​ພິດ​ລົງ​ລະ​ດັບ 0” - ảnh 1ບັນດາການນຳເຂົ້າຮ່ວມກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 11 ຕຸລາ, ຢູ່ວຽງຈັນ, ລາວ ໄດ້ດຳເນີນກອງປະຊຸມສຸດຍອດ "ປະຊາຄົມ ອາຊີ ປ່ອຍອາຍພິດລົງລະດັບ 0 (AZEC) ຄັ້ງທີ 2 ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມທີ່ກ່ຽວຂ້ອງ. ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ເພື່ອບັນລຸໄດ້ເປົ້າໝາຍການປ່ອຍອາຍພິດລົງລະດັບ 0, ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການຮອບດ້ານ, ຄົບຊຸດ, ພິເສດແມ່ນຍຸດທະສາດ, ນະໂຍບາຍ, ແຜນການແຫ່ງຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕສີຂຽວ, ການພັດທະນາພະລັງງານທົດແທນ, ກະສິກຳ, ຄົມມະນາຄົມຫຼຸດຜ່ອນການປ່ອຍອາຍພິດລົງ, ຊຸກຍູ້ການສ້າງຕະຫຼາດສິນເຊື່ອກາກບອນ, ໃຫ້ບຸລິມະສິດດຶງດູດກະແສເງິນລົງທຶນ, ການເງິນສີຂຽວໃຫ້ແກ່ການຄົ້ນຄ້ວາ ແລະ ພັດທະນາເຕັກໂນໂລຢີ, ພະລັງງານສີຂຽວ. ຢູ່ກອງປະຊຸມ, ບັນດາປະເທດໄດ້ຮັບຮອງເອົາຖະແຫຼງການຂອງບັນດາການນຳປະຊາຄົມ ອາຊີປ່ອຍອາຍພິດລົງລະດັບ 0 ເພື່ອເປັນພື້ນຖານໃຫ້ບັນດາປະເທດສະມາຊິກຜັນຂະຫຍາຍການເຄື່ອນໄຫວຮ່ວມມື.                    

ຕອບກັບ

ຂ່າວ/ບົດ​ອື່ນ