ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ​ໃຫ້​ໜູນ​ຊ່ວຍ​ສ້າງ​ສູນ​ການ​ເງິນ ຫວຽດ​ນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມພົບປະສົນທະນາກັບຜູ້ຕາງໜ້າບັນດາທະນາຄານ ແລະ ກອງທຶນລົງທຶນການເງິນແຖວໜ້າໂລກ ກ່ຽວກັບກຳລັງບົ່ມຊ້ອນ ແລະ ໂອກາດລົງທຶນເຂົ້າຕະຫຼາດການເງິນ ຫວຽດນາມ.
ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ​ໃຫ້​ໜູນ​ຊ່ວຍ​ສ້າງ​ສູນ​ການ​ເງິນ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ການລົງທຶນເຂົ້າຮ່ວມກອງປະຊຸມພົບປະສົນທະນາ (ພາບ: TTXVN)

ຕອນຄໍ່າວັນທີ 17 ມັງກອນ ຕາມເວລາທ້ອງຖິ່ນ, ຢູ່ Davos, ສະວິດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງ ເວທີປາໄສເສດຖະກິດໂລກ (WEF Davos 2024), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມພົບປະສົນທະນາກັບຜູ້ຕາງໜ້າບັນດາທະນາຄານ ແລະ ກອງທຶນລົງທຶນການເງິນແຖວໜ້າໂລກ ກ່ຽວກັບກຳລັງບົ່ມຊ້ອນ ແລະ ໂອກາດລົງທຶນເຂົ້າຕະຫຼາດການເງິນ ຫວຽດນາມ.

        ທີ່ກອງປະຊຸມພົບປະສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດານັກຊ່ຽວຊານ, ບັນດາທະນາຄານ, ກອງທຶນລົງທຶນການເງິນ ໜູນຊ່ວຍ ຫວຽດນາມ, ໃຫ້ຄຳປຶກສາດ້ານນະໂຍບາຍ; ຊຸກຍູ້ການ startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງ; ສ້າງໂຄງປະກອບບັນດາທະນາຄານຄືນໃໝ່; ສ້າງ, ປັບປຸງເຄື່ອງໝາຍການຄ້າແຫ່ງຊາດ; ໜູນຊ່ວຍໃນການພັດທະນາພື້ນຖານໂຄງລ່າງ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…. ທ່ານນາຍົກລັດຖະມົນຕີ ກໍປາດຖະໜາວ່າ ບັນດາກຸ່ມບໍລິສັດ, ກອງທຶນລົງທຶນທົ່ວໂລກ ຈະແບ່ງປັນບົດຮຽນ, ປະສົບການ, ປຶກສາຫາລືເລືອກເຟັ້ນຮູບແບບພັດທະນາ, ວິທີການແກ້ໄຂທີ່ເໝາະສົມ ເພື່ອແນໃສ່ພັດທະນາສູນການເງິນ ຢູ່ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ