ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ບັນ​ດາ​ຜູ້​ມີ​ຍົດ​ສັກ​ຕໍ່​ແໜ່ງ​ທາງ​ສາ​ສະ​ໜາ​ ແລະ ບັນດາສາສະນິກກະຊົນ ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ

(VOVWORLD) -ວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຝາກຈົດໝາຍສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ ແລະ ສາສະນິກກະຊົນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ບັນ​ດາ​ຜູ້​ມີ​ຍົດ​ສັກ​ຕໍ່​ແໜ່ງ​ທາງ​ສາ​ສະ​ໜາ​ ແລະ ບັນດາສາສະນິກກະຊົນ ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  (ພາບ: TTXVN)

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍຄືໃນໄລຍະ ຫວຽດນາມ ຄວບຄຸມການແຜ່ລະບາດຮອບທີ 4 ໄດ້ໂດຍພື້ນຖານນັ້ນ, ການປະກອບສ່ວນຂອງບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ ແລະ ສາສະນິກກະຊົນ ແມ່ນປັດໄຈທີ່ມີຄວາມໝາຍເພື່ອໃຫ້ ຫວຽດນາມ ຟື້ນຟູເສດຖະກິດໄດ້ໂດຍໄວ ແລະ ນຳເອົາການດຳລົງຊີວິດທີ່ດີ, ຄວາມອີ່ມໜຳສຳລານສົມບູນພູນສຸກມາໃຫ້ປະຊາຊົນ. ທ່ານນາຍົກລັດຖະມົນຕີຕີລາຄາສູງຕໍ່ບັນດາມີຜູ້ມີຍົດສັກຕຳແໜ່ງ ແລະ ສາສະນິກກະຊົນທີ່ໄດ້ເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ ໂດຍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ອັນຕະລາຍ ແລະ ກຽມພ້ອມເຂົ້າຮ່ວມການຕ້ານໂລກລະບາດຢູ່ດ່ານໜ້າເຮັດວຽກງານການກຸສົນຊ່ວຍເຫຼືອພໍ່ແມ່ປະຊາຊົນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອປະຕິບັດຂໍ້ກຳນົດຕ່າງໆໃນລັດຖະທຳມະນູນ, ກົດໝາຍກ່ຽວກັບສິດເສລີໃນການເຫຼື້ອມໃສ, ສາສະໜາ ຢູ່ ຫວຽດນາມ ແລະ ຍາມໃດກໍໃກ້ຊິດຕິດແທດ ແລະ ຮ່ວມເດີນທາງພ້ອມກັບປະເທດຊາດ.   

ຕອບກັບ

ຂ່າວ/ບົດ​ອື່ນ