ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສຳຫຼວດ​ສະ​ພາບ​ຕົວ​ຈິງ, ຍົກ​ອອກ​ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່​ເພື່ອ​ໃຫ້​​ແຂວງກອມ​ຕູມ​ພັດ​ທະ​ນາ

(VOVWORLD) - ໃນການໄປປະຕິບັດງານຢູ່ແຂວງ ກອນຕຸມ, ຕອນບ່າຍວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະປະຕິບັດງານລົງກວດກາບາງພື້ນຖານ, ໂຄງການເສດຖະກິດສັງຄົມຢູ່ແຂວງ ກອນຕຸມ.



ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສຳຫຼວດ​ສະ​ພາບ​ຕົວ​ຈິງ, ຍົກ​ອອກ​ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່​ເພື່ອ​ໃຫ້​​ແຂວງກອມ​ຕູມ​ພັດ​ທະ​ນາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະເຮັດວຽກຢູ່ຕາແສງ ເຕິນລິບ, ເມືອງ ກອນໄຣ
(ພາບ: VOV)

ໃນການໄປປະຕິບັດງານຢູ່ແຂວງ ກອນຕຸມ, ຕອນບ່າຍວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະປະຕິບັດງານລົງກວດກາບາງພື້ນຖານ, ໂຄງການເສດຖະກິດສັງຄົມຢູ່ແຂວງ ກອນຕຸມ.

ເມື່ອສຳຫຼວດກວດກາແຜນກຳນົດພັດທະນາໄຟຟ້າແຮງລົມຢູ່ຕາແສງ ເຕິນເລີບ, ເມືອງ ກອນເຣີຍ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການ ແລະ ແຂວງກອນຕຸມ ສືບຕໍ່ສຳຫຼວດກວດກາ, ຄົ້ນຄ້ວາ, ຕີລາຄາຄວາມສາມາດບົ່ມຊ້ອນ, ວິທີການລົງທຶນພັດທະນາໄຟຟ້າແຮງລົມທີ່ມີຄວາມເປັນໄປໄດ້ສູງ, ຮັບປະກັນການເສີມຂະຫຍາຍແຫຼ່ງເງິນລົງທຶນຢ່າງມີປະສິດທິຜົນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການພັດທະນາບັນດາໂຄງການພະລັງງານທົດແທນຢ່າງສຸດຂີດໃນບໍລິເວນແຂວງ ກອນຕຸມ.

ຕອນບ່າຍວັນດຽວກັນ, ເມື່ອຢ້ຽມຢາມໝູ່ບ້ານວັດທະນະທຳການທ່ອງທ່ຽວປະຊາຄົມ ກອນເປີຣິງ ຢູ່ເທດສະບານ ມັງແດນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໜູນຊ່ວຍເຊິ່ງກັນແລະກັນ ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາສີສັນວັດທະນະທຳຊົນເຜົ່າ.

ແລະກໍ່ໃນຕອນເຊົ້າວັນທີ 20 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກ ກັບຄະນະປະຈຳຄະນະພັກແຂວງ ກອນຕຸມ ກ່ຽວກັບສະພາບການພັດທະນາເສດຖະກິດ ສັງຄົມ ແລະ ແກ້ໄຂບັນດາຂໍ້ສະເໜີ ເພື່ອໃຫ້ແຂວງກອນຕຸມ ພັດທະນາໂດຍໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ