ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນ ວັນບຸນວິສາຂະບູຊາ ພສ 2568

(VOVWORLD) - ໂດຍຜ່ານຜ່ານໄລຍະນັບພັນປີແຫ່ງປະຫວັດສາດນັ້ນ, ພຸດທະສາສະໜາໄດ້ກາຍເປັນປັດໃຈຂອງພື້ນຖານວັດທະນະທຳທີ່ເປັນມູນເຊື້ອອັນສູງສົ່ງຂອງຊາວ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນ ວັນບຸນວິສາຂະບູຊາ ພສ 2568 - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ອວຍພອນການນຳສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ)

        ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2568 (ປີ 2024), ຕອນເຊົ້າວັນທີ 22 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປອວຍພອນການນຳສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ເຂົ້າຮ່ວມວັນບຸນວິສາຂະບູຊາກັບພະສົງສຳມະເນນ, ພຸດທະສາສະນິກກະຊົນຢູ່ວັດ ກວານຊື, ຮ່າໂນ້ຍ.

        ເມື່ອເນັ້ນໜັກເຖິງຄວາມໝາຍຂອງວັນບຸນວິສາຂະບູຊາ ແລະ ຂະບວນວິວັດພຸດທະສາສະໜາກຳເນີດຂຶ້ນ, ຮ່ວມເດີນທາງພ້ອມກັບປະເທດຊາດ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ໂດຍຜ່ານຜ່ານໄລຍະນັບພັນປີແຫ່ງປະຫວັດສາດນັ້ນ, ພຸດທະສາສະໜາໄດ້ກາຍເປັນປັດໃຈຂອງພື້ນຖານວັດທະນະທຳທີ່ເປັນມູນເຊື້ອອັນສູງສົ່ງຂອງຊາວ ຫວຽດນາມ, ສີວິໄລ, ອະລິຍະທຳ ຫວຽດນາມ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ທຸກສາສະໜາ, ຊົນເຜົ່າຮ່ວມດຳລົງຊີວິດດ້ວຍຄວາມສັນຕິສຸກ ເພື່ອເປົ້າໝາຍສັນຕິພາບ, ຮ່ວມມື ແລະ ພັດທະນາ. ດ້ວຍຈິດໃຈນັ້ນ, ຕ້ອງຍູ້ແຮງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ, ເສີມຂະຫຍາຍນ້ຳໃຈສາມັກຄີຢູ່ພາຍໃນປະເທດ, ສາມັກຄີສາກົນ, ສາມັກຄີບັນດາສາສະໜາ, ສາມັກຄີໃນປະຊາຊົນ; ຢືດໝັ້ນບໍ່ປະໃຫ້ມີການກະທຳສວຍໃຊ້ສາສະໜາ, ການເຫຼື້ອມໄຊເຊື່ອຖືເພື່ອຕ້ານຄືນລັດ, ປະເທດຊາດ, ປະຊາຊົນ; ຢູ້ໃນສິນ ກິນໃນທຳ; ປະກອບສ່ວນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປະຕິບັດຄວາມກ້າວໜ້າ, ຄວາມຍຸຕິທຳໃນສັງຄົມ…

ຕອບກັບ

ຂ່າວ/ບົດ​ອື່ນ