ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ອ​ວຍ​ພອນ​ວັນ​ບຸນ​ຄຼິດ​ສະ​ມາດ ພໍ່​ແມ່​ປະ​ຊາ​ຊົນ​ຊາ​ວ​ຄຼິດ

(VOVWORLD) - ໃນໂອກາດວັນບຸນ ຄຼິດສະມາດ 2023, ຕອນບ່າຍວັນທີ 23 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ອວຍພອນ ຄຸນພໍ່ ແລະ ພໍ່ແມ່ປະຊາຊົນຊາວຄຼິດ ຢູ່ ເຂດຊາວຄຼິດ ບັກກຢາງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ອ​ວຍ​ພອນ​ວັນ​ບຸນ​ຄຼິດ​ສະ​ມາດ ພໍ່​ແມ່​ປະ​ຊາ​ຊົນ​ຊາ​ວ​ຄຼິດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນວັນບຸນຄຼິດສະມາດ ພໍ່ແມ່ປະຊາຊົນຊາວຄຼິດ (ພາບ: VOV)

 ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ພັກ, ລັດ ຍາມໃດກໍ່ມີຄວາມເຄົາລົບ ແລະ ຮັບປະກັນສິດທິມະນຸດ, ໃນນັ້ນມີສິດມີຄວາມເສລີໃນການເຫຼື້ອມໃສ, ສາສະໜາ ຂອງປະຊາຊົນໝົດທຸກຄົນ; ມີຄວາມເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ບັນດາອົງການສາສະໜາເຄື່ອນໄຫວຕາມຂໍ້ກຳນົດຂອງ ລັດຖະທຳມະນຸນ ແລະ ກົດໝາຍ…

ສ່ວນ ຄຸນພໍ່ ເຢຊູ ຫງວຽນວັນຟອງ ໄດ້ຂອບໃຈ ພັກ, ລັດ ໂດຍສະເພາະແມ່ນທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ທີ່ມີຄວາມເອົາໃຈໃສ່ໃນການດຳລົງຊີວິດດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ພໍ່ແມ່ປະຊາຊົນ ບັນດາສາສະໜາ ໃນນັ້ນ ມີພໍ່ແມ່ປະຊາຊົນຊາວຄຼິດ.

ແລະກໍ່ໃນຕອນບ່າຍວັນທີ 23 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມບໍລິສັດ ຈຳກັດ Hana Micron Vina (ສ.ເກົາຫຼີ) ຢູ່ເຂດອຸດສາຫະກຳ ເວິນຈຸງ, ຕາແສງ ເວິນຈຸງ, ເມືອງ ວຽດອຽນ, ແຂວງ ບັກຢາງ. ນີ້ແມ່ນບໍລັດສັດ ຜະລິດຊິບເຄິ່ງຊັກນຳໄຟຟ້າ ແຫ່ງທຳອິດຢູ່ພາກເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ